ອູແກຣນ ຕ້ອງການເງິນ 4 ຕື້ເອີໂຣ ຟື້ນຟູກ່ອນລະດູໜາວ

10

ສຳນັກຂ່າວຊິນຫົວລາຍງານວ່າ ທ່ານ ໂອເລັກຊີ ເຊີຣນີຊອບ ລັດຖະມົນຕີ ກະຊວງການພັດທະນາຊຸມຊົນ ແລະ ເຂດແດນຂອງອູແກຣນ ກ່າວໃນກອງປະຊຸມຜູ້ຊ່ຽວຊານລະຫວ່າງປະເທດ ທີ່ຈັດຂຶ້ນຢູ່ເຢຍລະມັນ ວ່າ ອູແກຣນ ຕ້ອງການເງິນ 4 ຕື້ເອີໂຣ ເພື່ອຟື້ນຟູບູລະນະ, ການສະໜັບສະໜູນດູແລສຸຂະພາບ, ການຈັດຫາພະລັງງານ ແລະ ການສ້າງຄວາມທັນສະໄໝຂອງ ອູແກຣນ ໃນລະດູໜາວນີ້.

May be an image of 4 people, people standing and outdoors

ນອກຈາກນັ້ນ, ອູແກຣນ ຍັງຂາດແຄນອຸປະກອນສຳຮອງທາງດ້ານນໍ້າ ແລະ ໄຟຟ້າ ເຊັ່ນ: ສະຖານີບຳບັດນໍ້າເຄື່ອນທີ່, ສະຖານີເຮັດຄວາມຮ້ອນເຄື່ອນທີ່, ເຄື່ອງກຳເນີດໄຟຟ້າ ແລະ ອື່ນໆ. ປັັດຈຸບັນ ອູແກຣນ ກຳລັງປະເຊີນກັບວິກິດພະລັງງານໃນໄລຍະກ່ອນເຖິງລະດູໜາວ ເນື່ອງຈາກຄວາມຂັດແຍ່ງ ລະຫວ່າງ ອູແກຣນ ກັບ ຣັດເຊຍ.

May be an image of 1 person and road