ແຜນວຽກເດືອນພະຈິກ ລັດຖະບານຈະສຸມໃສ່ການຄຸ້ມຄອງເງິນຕາ, ສະໜອງນ້ຳມັນ ແລະ ຄຸ້ມຄອງລາຄາສິນຄ້າ

273

ແຜນວຽກຈຸດສຸມເດືອນພະຈິກ 2022 ລັດຖະບານ ແມ່ນສຸມໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳເພີ່ມຂຶ້ນ, ຊຸກຍູ້ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນ, ແກ້ໄຂການຄຸ້ມຄອງ ແລະ ການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາຕ່າງປະເທດ, ການສະໜອງນໍ້າມັນເຊື້ອໄຟ, ການຄຸ້ມຄອງລາຄາສິນຄ້າ.

ອີງຕາມຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນຕຸລາ 2022 ທີ່ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ຕຸລາ ແລະ ອັດລົງໃນວັນທີ 27 ຕຸລາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະ ມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆ ດັ່ງນີ້: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາບົດສະຫລຸບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນຕຸລາ ແລະ ທິດທາງແຜນການ ຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນ ພະຈິກ 2022 ເຊັ່ນ: ວຽກງານໃນຂົງເຂດເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດເຊິ່ງບົດສະຫລຸບດັ່ງກ່າວ ຈະກາຍເປັນພື້ນຖານ ໃຫ້ແກ່ການສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດ ວຽກງານຂອງລັດຖະບານ ໃນໄລຍະ 9 ເດືອນຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະ ສານສົມ ທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນກະທັດຮັດ, ຈະແຈ້ງ ແລະ ຄົບຖ້ວນ, ໃຫ້ແຕ່ລະຂະແໜງການ ຖືມາດຕະການ ໃນການແກ້ໄຂຂໍ້ຄົງຄ້າງເປັນວຽກບູລິມະສິດເຄັ່ງຮ້ອນ, ພ້ອມນັ້ນ ກໍຕ້ອງເພີ່ມທະວີຄວາມຮັບຜິດຊອບ, ຄວາມ ເປັນເຈົ້າການຂອງສະມາຊິກລັດຖະບານ ໃນການປະຕິບັດໜ້າທີ່ ຕາມຂອບເຂດສິດ, ພາລະບົດບາດ ຂອງຂະແໜງການຕົນ ໃຫ້ສູງເດັ່ນຂຶ້ນກວ່າເກົ່າ. ພ້ອມນັ້ນ, ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາບົດລາຍງານຫຍໍ້ຜົນການຢ້ຽມຢາມຂອງຄະນະທ່ານນາຍົກລັດຖະມົນຕີ ຢູ່ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022; ຜົນການຕ້ອນຮັບທ່ານນາຍົກ ລັດຖະມົນຕີ ແຫ່ງ ສ ກູບາ ແລະ ທິດຜັນຂະຫຍາຍ. ກອງປະຊຸມ ໄດ້ເຫັນດີໃຫ້ຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມ ສ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ແລະ ຜົນການມາຢ້ຽມຢາມ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ກູບາ ຕາມການສະເໜີ ຂອງກະຊວງການຕ່າງປະເທດ; ມອບໃຫ້ກະຊວງກ່ຽວຂ້ອງຜັນຂະຫຍາຍແຕ່ລະໜ້າວຽກ ແລະ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນການ ຈັດຕັ້ງປະ ຕິບັດ ແລ້ວລາຍງານຄວາມຄືບໜ້າໃຫ້ລັດຖະບານຊາບ ເປັນແຕ່ລະໄລຍະ.

ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາບົດລາຍງານຂອງລັດຖະ ບານ ທີ່ຈະສະເໜີລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX. ກອງປະຊຸມໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງປະ ສານສົມ ທົບກັບກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ຮີບຮ້ອນປັບປຸງບົດລາຍງານ ຮ່ວມກັບບັນດາກຳມາທິການກ່ຽວ ຂ້ອງຂອງສະພາແຫ່ງຊາດ ໃຫ້ມີຄວາມເປັນເອກະພາບທາງດ້ານເນື້ອໃນ ແລະ ບັນດາ ຕົວເລກຄາດໝາຍຕ່າງໆ ໃຫ້ສຳເລັດ ເພື່ອສົ່ງໃຫ້ສະພາແຫ່ງຊາດ ຕາມກຳນົດເວລາ; ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາຮ່າງດໍາລັດ ວ່າດ້ວຍທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ. ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງ ສຶກສາທິການ ແລະ ກິລາ ເປັນໃຈກາງສົມທົບກັບກະຊວງພາຍໃນ ແລະ ກະຊວງຍຸຕິທຳ ປັບປຸງຮ່າງດຳລັດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສິ່ງສໍາຄັນ ແມ່ນໃຫ້ເອົາໃຈໃສ່ ການຊຸກຍູ້ສົ່ງເສີມການຍົກລະດັບຄວາມຮູ້, ຄວາມສາມາດ, ການຄຸ້ມຄອງທຶນທີ່ລັດຖະບານ ໄດ້ອະນຸ ມັດໃຫ້ ແລະ ການຄຸ້ມຄອງຜູ້ທີ່ໄປຕໍ່ດ້ວຍທຶນຕົນເອງ; ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາຮ່າງແຜນຜັງແຫ່ງຊາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ (ສະບັບປັບປຸງ). ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງແຜນຜັງດັ່ງກ່າວ ດ້ານຄໍາສັບ ແລະ ເນື້ອໃນໃຫ້ຄົບຖ້ວນ ແລະ ສອດ ຄ່ອງກັບກົດໝາຍກ່ຽວຂ້ອງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ແລະ ໃຫ້ສຳເລັດໂດຍໄວ ແລ້ວນຳສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນປະກາດໃຊ້.

ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາຮ່າງຍຸດທະສາດແຫ່ງຊາດ ເພື່ອການພັດທະນາວຽກງານຊົນເຜົ່າ ປີ 2021-2030 ແລະ ວິໄສທັດຮອດ 2035. ກອງປະຊຸມ ໄດ້ຊີ້ນໍາໃຫ້ສືບຕໍ່ຄົ້ນຄວ້າຮ່າງຍຸດທະສາດດັ່ງກ່າວ ສຳຄັນດ້ານເນື້ອໃນ ຕ້ອງຮັບປະກັນໃຫ້ສອດຄ່ອງ ກັບບັນດາແນວທາງຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍ, ມອບໃຫ້ກະຊວງພາຍໃນປະສານສົມ ທົບແນວລາວສ້າງຊາດ, ກຳມາທິການ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ປຶກສາຫາລື ແລະ ຈັດສຳມະນາ ເປັນເອກະພາບດ້ານໂຄງສ້າງ, ເນື້ອໃນແລ້ວ ຈຶ່ງສະເໜີລັດຖະບານພິຈາລະນາ ໃນຂັ້ນຕໍ່ໄປ.

ສໍາລັບແຜນວຽກຈຸດສຸມເດືອນພະຈິກ 2022 ນີ້, ກໍແມ່ນເປັນການສຸມໃສ່ປະຕິບັດແຜນດຳ ເນີນງານ ຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳ ເພີ່ມຂຶ້ນ, ໃນນັ້ນ ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມແຜນການ, ພ້ອມທັງເພີ່ມທະວີການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ຄຽງຄູ່ກັບການສືບຕໍ່ສຸມໃສ່ ຊຸກຍູ້ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນ, ແກ້ໄຂການຄຸ້ມຄອງ ແລະ ການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາຕ່າງ ປະເທດ, ການສະໜອງນໍ້າມັນເຊື້ອໄຟ, ການຄຸ້ມຄອງລາຄາສິນຄ້າ, ແກ້ໄຂບັນຫາໜີ້ສິນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນໄປຕາມແຜນທີ່ກຳນົດໄວ້, ທັງສືບຕໍ່ແກ້ໄຂຜົນກະທົບຈາກໄພນໍ້າຖ້ວມຢູ່ບາງແຂວງຈຳນວນໜຶ່ງ ໃຫ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ ລວມທັງ ການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ຕາມລະດູການ. ພ້ອມກັນນັ້ນ, ກໍສືບຕໍ່ຈັດຕັ້ງປະຕິບັດ ແນວທາງການຕ່າງ ປະເທດຂອງພັກ ໃຫ້ມີປະສິດທິຜົນ.

ເພື່ອໃຫ້ທິດທາງແຜນວຽກຈຸດສຸມ ເດືອນພະຈິກ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ກອງປະຊຸມໄດ້ຊີ້ນໍາໃຫ້ ບັນດາສະມາຊິກລັດຖະບານ ຈົ່ົງນໍາເອົາຜົນກອງປະຊຸມລັດຖະ ບານຄັ້ງນີ້ ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບ ຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນຢູ່ໃນແຕ່ລະຂັ້ນ ແລະ ມີຄາດໝາຍຊັດເຈນ ໃນແຕ່ລະໄລຍະໃຫ້ຈະແຈ້ງ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການໃຫ້ໄດ້ຮັບຜົນດີ.