ອົດສະຕຣາລີ ມອບເຄື່ອງຊ່ວຍເຫຼືອບັນເທົາທຸຸກ ເພື່ອຕອບໂຕ້ໄພພິບັດໃນ ສປປ ລາວ ມູນຄ່າ 3,2 ຕື້ກີບ

84

ອົດສະຕຣາລີ ຍິນດີທີ່ໄດ້ສະໜັບສະໜູນລັດຖະບານລາວ ເພື່ອກຽມຄວາມພ້ອມໃນການຮັບມືກັບໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນ, ການກະກຽມເຄື່ອງຊ່ວຍເຫຼືອບັນເທົາທຸກໄວ້ໃນປະເທດ ຈະຊ່ວຍເຮັດໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສາມາດຕອບໂຕ້ກັບໄພພິບັດໄດ້ຢ່າງໄວວາ ແລະ ສາມາດຊ່ວຍປະຊາຊົນທີ່ອາດຈະຖືກກະທົບໄດ້ຢ່າງມີປະສິດຕິພາບ ເພື່ອຊ່ວຍໃຫ້ເຂົາເຈົ້າຟື້ນຟູຈາກຜົນກະທົບຂອງໄພພິບັດ.

ວັນທີ 26 ຕຸລາ 2022 ນີ້, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ລັດຖະບານອົດສະຕຣາລີ ໄດ້ສົ່ງມອບເຄື່ອງບັນເທົາທຸກຊ່ວຍເຫຼືອວຽກງານດ້ານມະນຸດສະທຳ ເພື່ອຮັບມືກັບໄພພິບັດສຸກເສີນ ໃຫ້ ສປປ ລາວ ກ່າວມອບໂດຍ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດຽວພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມ.

ການຈັດສົ່ງເຄື່ອງບັນເທົາທຸກດ້ານວຽກງານມະນຸດສະທໍາ ໂດຍກອງທັບອົດສະຕຮາລີ ແມ່ນໜຶ່ງໃນກິດຈະກຳຮ່ວມມືລາວອົດສະຕຣາລີ ເຊິ່ງແມ່ນການຮ່ວມມືປະຈຳປີຂອງທຸກຂະແໜງການຂອງລັດຖະບານອົດສະຕຣາລີ. ໂຄງການນີ້ ແມ່ນຖືກຈັດຕັ້ງນຳພາໂດຍກອງທັບອົດສະຕຣາລີ ເພື່ອສະໜັບສະໜູນການຮ່ວມມືຫວ່າງກະຊວງປ້ອງກັນປະເທດຂອງລາວ ແລະ ອົດສະຕຣາລີ ກັບບັນດາປະເທດໃນພາກພື້ນ ເຊິ່ງລວມມີ ສປປ ລາວ.

ເຄື່ອງຊ່ວຍເຫຼືອສະໜັບສະໜູນດ້ານມະນຸດສະທຳຄັ້ງນີ້ ມີມູນຄ່າ 300.000 ໂດລາອົດສະຕຣາລີ ຫຼື ປະມານ 3,2 ຕື້ກີບ ເຊິ່ງປະກອບມີ: ຊຸດເຄື່ອງຄົວ, ມຸ້ງ, ຜ້າຫົ່ມ, ເສື່ອນອນ, ຊຸດອະນາໄມ ແລະ ອຸປະກອນໄຟຟ້າແສງຕາເວັນ ທີ່ຈະເປັນປະໂຫຍດໃຫ້ແກ່ 560 ຄອບຄົວຫຼື ປະມານ 2.800 ຄົນ, ເຄື່ອງເຫຼົ່ານີ້ແມ່ນເຄື່ອງໃຊ້ອັນຈຳເປັນທີ່ສຸດສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ.

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ລັດຖະບານລາວ ຕີລາຄາສູງຕໍ່ກັບການສະໜອງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳຈາກລັດຖະບານອົດສະຕຣາລີ, ການຊ່ວຍເຫຼືອດັ່ງກ່າວຈະຊ່ວຍສ້າງການກຽມຄວາມພ້ອມແລະຄວາມອາດສາມາດໃນການຮັບມືກັບໄພພິບັດ, ໂດຍສະເພາະແມ່ນໄພນໍ້າຖ້ວມທີ່ເກີດຂຶ້ນຢູ່ເລື້ອຍໆ ແລະ ມີຄວາມຮຸນແຮງຂຶ້ນ.”

ລັດຖະບານອົດສະຕຣາລີມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານລາວ ໃນວຽກງານດ້ານມະນຸດສະທຳ ແລະ ຕອບໂຕ້ໄພພິບັດ ແລະ ການຟື້ນຟູໂດຍຜ່ານການຮ່ວມມືດ້ານການພັດທະນາຂອງອົດສະຕຣາລີ.
ຂອບໃຈຂ່າວ-ຮູບ: ຮສສ