ການຄ້າກຳນົດເງື່ອນໄຂ ຜູ້ຊື້ເຂົ້າລາຄາແຊກແຊງຕະຫຼາດ ຊື້ໄດ້ບໍ່ເກີນ 50 ກິໂລຕໍ່ຄົນຕໍ່ຄັ້ງ ພ້ອມໃຫ້ລົງທະບຽນກ່ອນຊື້

89

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ກຳນົດເງື່ອນໄຂ ຜູ້ທີ່ຈະຊື້ເຂົ້າລາຄາແຊກແຊງຕະຫຼາດ ແມ່ນຊື້ໄດ້ບໍ່ເກີນ 50 ກິໂລຕໍ່ຄົນຕໍ່ຄັ້ງ ແລະ ໃຫ້ລົງທະບຽນກ່ອນຊື້ສິນຄ້າ ເຊິ່ງເຂົ້າອອກມາຈຳໜ່າຍຄັ້ງນີ້ ແມ່ນເຂົ້າສານໜຽວປະເພດ 2 ລາຄາສູງສຸດບໍ່ເກີດ 9.700 ກີບຕໍ່ກິໂລ.

ພະແນກ ອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ອອກແຈ້ງການ ເລກທີ 1731/ພອຄ.ນວ.ຄພນ, ລົງວັນທີ 25 ຕຸລາ 2022 ເຖິງພະນັກງານ, ທະຫານ, ຕໍາຫຼວດ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃນນະຄອນຫຼວງວຽງຈັນ ເລື່ອງການຈຳໜ່າຍເຂົ້າສານໜຽວ ປະເພດ 2 ແຊກແຊງຕະຫຼາດໃນລາຄາລັດຊີ້ນໍາຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນການປະກອບສ່ວນຂອງພາກທຸລະກິດ ເພື່ອເຮັດໃຫ້ຜູ້ຊົມໃຊ້ໄດ້ເຂົ້າເຖິງການຊົມໃຊ້ສິນຄ້າລາຄາຊີ້ນຳຕາມລາຄາຕົ້ນທຶນການຜະລິດ.

ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການດັ່ງນີ້: 1. ມອບໃຫ້ ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ ໄດ້ນຳເອົາສິນຄ້າປະເພດ ເຂົ້າສານໜຽວ ( ປະເພດ 2 ) ອອກຈໍາໜ່າຍແຊກແຊງຕະຫຼາດໃນລາຄາລັດຊີ້ນໍາ ຢູ່ໃນນະຄອນຫຼວງວຽງຈັນຄືດັ່ງນີ້: ຈຸດຈໍາໜ່າຍ: ຢູ່ທີ່ຕະຫຼາດແຈ້ງສະຫວ່າງ, ບ້ານ ນາສ້ຽວ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 24 ຕຸລາ ຫາ 24 ທັນວາ 2022 (ເວລາ: 8:00 ໂມງ ຫາ 17:00 ໂມງ, ເປີດຂາຍແຕ່ ວັນຈັນ ເຖິງ ວັນເສົາ) ເບີໂທຕິດຕໍ່: 020 54442929.

ລາຄາເຂົ້າສານໜຽວ ( ປະເພດ2 ) ລາຄາສູງສຸດ 9.700 ກີບຕໍ່ກິໂລ ແລະ ສໍາລັບເງື່ອນໄຂຂອງຜູ້ຊືເຂົ້າສານໜຽວປະເທດ 2 ຜູ້ໜຶ່ງຊື້ໄດ້ບໍ່ເກີນ 50 ກິໂລຕໍ່ຄົນຕໍ່ຄັ້ງ ແລະ ຜູ້ທີ່ມາຊື້ຕ້ອງໄດ້ລົງທະບຽນລາຍຊື່ກ່ອນຊື້ສິນຄ້າ ໂດຍມອບໃຫ້ຂະແໜງການຄ້າພາຍ ໃນຕິດຕາມ, ຊຸກຍູ້ວຽກງານດັ່ງກ່າວໃຫ້ມີປະສິດທິຜົນ ແລະ ລາຍງານສະພາບການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຊາບທ່ວງທັນເວລາ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ສາມາດໄປຊົມໃຊ້ບໍລິການຕາມສະຖານທີ່ທີ່ໄດ້ກຳນົດໄວ້ຂ້າງເທີງ.

ທັງນີ້, ອີງຈາມຂ້ໍມູນໃຫ້ຮູ້ວ່າ ເຂົ້າສານໜຽວປະເພດ 2 ທີ່ເອົາອອກມາຈຳໜ່າຍ ເພື່ອແຊກແຊງລາຄາຕະຫຼາດຄັ້ງນີ້ ມີຈໍານວນທັງໝົດ 340 ໂຕນ ເລີ່ມຂາຍເປັນເວລາ 2 ເດືອນ, ແຕ່ວັນທີ 24 ຕຸລາ ຫາ 24 ທັນວາ 2022 ນີ້.