ລະດົມຄວາມຄິດເຫັນປັບປຸງຮູບແບບໂຕໜັງສື ແລະ ຟອນພາສາລາວ

64

ສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ຮ່ວມກັບ ບໍລິສັດ ສະຕາໂທລະຄົມ ຈຳກັດ, ຈັດກອງປະຊຸມວິຊາການ (Workshop) ໃນວັນທີ 25 ຕຸລາ 2022 ທີ່ສຳນັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ ເພື່ອລະດົມຄວາມຄິດ ໃນການປັບປຸງ ຟອນພາສາລາວ ແລະ ອອກແບບໂຕໜັງສືລາວ ເພັດຊະລາດ ເປັນປະທານຮ່ວມຂອງ ທ່ານ ນາງຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈີຕອນ ກະຊວງ ຕສ , ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ, ມີຜູ້ຕາງໜ້າຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອລະດົມຄວາມຄິດເຫັນ ຈາກທຸກພາກສ່ວນ (ບັນດາກະຊວງ, ສື່ໜັງສືພິມ ແລະ ນັກພາສາສາດ) ໃນການປັບປຸງຮູບແບບໂຕໜັງສື ຟອນເພັດຊະລາດ ເປັນຕົ້ນແມ່ນບາງໂຕອັກສອນທີ່ ນັກພາສາສາດລາວໄດ້ສະເໜີໃຫ້ປັບປຸງ, ຕຳແໜ່ງຂອງສະຫຼະະທາງເທິງ, ທາງລຸ່ມ ແລະ ອື່ນໆ; ສັງຮວມບັນຫາຂອງການນໍາໃຊ້ຟອນເພັດຊະລາດ ໃນໄລຍະຜ່ານມາ ເພື່ອສັງຮວມໄປປັບປຸງເຕັກນິກຟອນເພັດຊະລາດ (Phetsarath OT) ໃຫ້ສາມາດນຳໃຊ້ກັບທຸກລະບົບ ຢ່າງສົມບູນ ລວມເຖິງການປັບປຸງ ເພື່ອໃຫ້ໄດ້ມາດຕະຖານໃນການສະເໜີບັນຈຸ ເຂົ້າໃນລະບົບປະຕິບັດການຕ່າງໆ ເຊັ່ນ: Microsoft, Windows, Mac OS ແລະ ອື່ນໆ.