ສິງກະໂປ ມີແຜນເພີ່ມການນຳເຂົ້າໄຟຟ້າຈາກປະເທດເພື່ອນບ້ານ

87

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 26 ຕຸລາ 2022 ວ່າ: ສຳນັກງານຕະຫຼາດພະລັງງານສິງກະໂປ ( EMA ) ອອກຖະແຫຼງການ ລະບຸວ່າ ໄດ້ຍື່ນຂໍ້ສະເໜີກ່ຽວກັບການນຳເຂົ້າກະແສໄຟຟ້າເພີ່ມຕື່ມ ໄປຍັງຫຼາຍໜ່ວຍງານທີ່ກ່ຽວຂ້ອງຂອງຫຼາຍປະເທດໃນພາກພື້ນ, ໃນຂະນະດຽວກັນລັດຖະບານສິງກະໂປ ກໍໄດ້ຮັບຂໍ້ສະເໜີກ່ຽວກັບການຊື້ – ຂາຍໄຟຟ້າຫຼາຍກວ່າ 20 ລາຍການ ຈາກຫຼາຍປະເທດ ລວມທັງອົດສະຕຣາລີ, ອິນໂດເນເຊຍ, ລາວ ແລະ ໄທ.

May be an image of monument, sky, skyscraper and night

ນອກຈາກນີ້, ເມື່ອບໍ່ດົນມານີ້ ສິງກະໂປ ແລະ ກຳປູເຈຍ ຍັງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານພະລັງງານ. ທັງນີ້, ປັດຈຸບັນ ປະມານ 95% ຂອງກະແສໄຟຟ້າທີ່ໃຊ້ໃນສິງກະໂປ ຜະລິດຈາກແກ໊ສທຳມະຊາດ ເຊິ່ງຂະນະນີ້ລັດຖະບານໄດ້ຫັນມານຳໃຊ້ພະລັງງານໝູນວຽນຫຼາຍຂຶ້ນ.

May be an image of sky and skyscraper

ທັງນີ້, ສປປ ລາວ ໄດ້ເລີ່ມສົ່ງອອກໄຟຟ້າໃຫ້ແກ່ສິງກະໂປ 100 ເມກາວັດ ໃນໂຄງການບູລະນາການພະລັງງານ ລາວ – ໄທ – ມາເລເຊຍ – ສິງກະໂປ ( LTMS – PIP ) ເມື່ອເດືອນມິຖຸນາຜ່ານມາ.