IEA ເຜີຍ ໂອເປັກພລັສ ຫຼຸດກຳລັງການຜະລິດ ສະນວນວິກິດພະລັງງານໂລກ

19

ສຳນັກຂ່າວຣອຍເຕີລາຍງານວ່າ ທ່ານ ຟາຕີ ໄບຣອລ ຜູ້ອຳນວຍການບໍລິຫານອົງການພະລັງງານສາກົນ ( IEA ) ເປີດເຜີຍໃນວັນທີ 25 ຕຸລາຜ່ານມາວ່າ ຕະຫຼາດແກ໊ສແຫຼວທຳມະຊາດ ( LNG ) ທີ່ກຳລັງປະເຊີນກັບວິກິດ ແລະ ບັນດາປະເທດຜູ້ຜະລິດນ້ຳມັນ ໄດ້ຫຼຸດກຳລັງການຜະລິດລົງ ສົ່ງຜົນໃຫ້ໂລກຢູ່ທ່າມກາງວິກິດພະລັງງານ.

May be an image of outdoors

ອຳນວຍການບໍລິຫານ IEA ກ່າວອີກວ່າ: ທະວີບເອີຣົບ ນຳເຂົ້າແກ໊ສ LNG ເພີ່ມຂຶ້ນ ທ່າມກາງຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ແລະ ຄວາມຕ້ອງການ ການຊົມໃຊ້ເຊື້ອເພີງໃນຈີນ ມີທ່າອ່ຽງເພີ່ມຂຶ້ນນັ້ນ ໄດ້ສົ່ງຜົນໃຫ້ຕະຫຼາດພະລັງງານປະເຊີນກັບການຂາດແຄນ ເນື່ອງຈາກວ່າ ແກ໊ສ LNG ຮອບໃໝ່ ຈະເຂົ້າສູ່ຕະຫຼາດໂລກພຽງ 20 ພັນລ້ານແມັດກ້ອນເທົ່ານັ້ນໃນປີໜ້າ.

ໃນຂະນະດຽວກັນ ການທີ່ຜູ້ຜະລິດ ແລະ ສົ່ງອອກນ້ຳມັນ ( ໂອເປັກ ) ແລະ ຊາດພັນທະມິດ ( ໂອເປັກພລັສ ) ໄດ້ຕັດສິນໃຈປັບຫຼຸດກຳລັງການຜະລິດນ້ຳມັນລົງ 2 ລ້ານບາເຣວຕໍ່ວັນນັ້ນ ຖືວ່າເປັນການຕັດສິນໃຈທີ່ມີຄວາມສ່ຽງທີ່ສຸດ ໂດຍ IEA ຄາດວ່າ ອຸປະສົງ ( ຄວາມຕ້ອງການ ) ນ້ຳມັນໃນຕະຫຼາດໂລກຈະເພີ່ມຂຶ້ນປະມານ 2 ລ້ານບາເຣວຕໍ່ວັນໃນປີນີ້.

May be an image of 2 people and outdoors

ແນວໃດກໍຕາມ, ວິກິດພະລັງງານໃນປັດຈຸບັນ ຈະເຮັດໃຫ້ປະຫວັດສາດພະລັງງານໂລກມາເຖິງຈຸດປ່ຽນສຳຄັນ ເພາະຈະເຮັດໃຫ້ການຫາແຫຼ່ງພະລັງງານທີ່ສະອາດ ແລະ ການສ້າງລະບົບພະລັງງານທີ່ໝັ້ນຄົງ ຍືນຍົງ ຈະເກີດຂຶ້ນຢ່າງໄວວາ.