u-money ມອບເງິນຊ່ວຍເຫຼືອແກ່ອົງການກາແດງລາວ (u-money grants money to the CROIX ROUGE LAO)

65

ເນື່ອງໃນໂອກາດ ຢູມັນນີ ຄົບຮອບ 4 ປີ ແຫ່ງການສະໜອງບໍລິການ, ຢູມັນນີ ໄດ້ປະກອບສ່ວນເງິນສົດຈຳນວນ 3.000.000 ກີບ ພ້ອມເຄື່ອງນຸ່ງຫົ່ມບາງຈໍານວນ ມອບໃຫ້ກັບອົງການກາແດງລາວ ເພື່ອນໍາໄປມອບໃຫ້ແກ່ປະຊາຊົນຜູ້ທຸກຍາກຕາມຄວາມເໝາະສົມ ເຊິ່ງຕະຫຼອດໄລຍະຜ່ານມາ ບໍລິສັດ ສະຕາຟິນເທັກ “ u-money ” ກໍເຄີຍໄດ້ປະກອບສ່ວນເຂົ້າໃນວຽກງານການຊ່ວຍເຫຼືອມາໂດຍຕະຫຼອດ.

ເຊິ່ງໄລຍະຜ່ານມາ ປີ 2020 ໄດ້ມີການເເຜ່ລະບາດເຊື້ອພະຍາດ ໂຄວິດ – 19 ເເລະ ໄດ້ມີການຈັດຕັ້ງ ໂຄງການລະດົມທຶນ ເພື່ອປະກອບສ່ວນຊ່ວຍເຫຼືອຊື້ອຸປະກອນການແພດ ແກ່ການເຮັດວຽກຂອງອົງການກາແດງລາວ ໂດຍຜ່ານຊ່ອງທາງ ຢູມັນນີ “ u-money ” ສ່ວນໃຫຍ່ແມ່ນການປະກອບສ່ວນແບ່ງປັນນໍ້າໃຈຈາກພະນັກງານ ທັງໝົດຂອງຢູນີເທວ, ພະນັກງານຂອງບໍລິສັດ ສະຕາຟິນເທັກ ແລະ ລູກຄ້າ ລວມມູນຄ່າ 33.000.000 ລ້ານ.

ນອກນັ້ນ, ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ “ u-money ” ​ຮ່ວມ​ກັບ ອົງການກາແດງລາວ ໄດ້ສົມທົບການມອບ – ຮັບຜ້າອັດປາກ – ດັງ ໃຫ້​ແກ່ສູນກັກກັນ ຫຼັກ 27 ຈໍານວນທັງໝົດ 5.000 ແຜ່ນ ເພື່ອຮັບໃຊ້ເຂົ້າໃນວຽກງານການປ້ອງກັນໄວຣັສ ໂຄວິດ – 19 ທ່ີ່ສູນກັກກັນດັ່ງກ່າວ ເເລະ ປີ 2021 ໄດ້ມີການຊ່ວຍເຫຼືອເປັນລາຍຄອບຄົວ ນາງ ເຢວື້ ທີ່ບ້ານໂພນໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງນອນໃນກຸ່ມເປົ້າໝາຍ ທຸກຍາກ ຂາດເຂີນ ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ແມ່ນໄດ້ຊ່ວຍເຫຼືອໃນຮູບບແບບສ້າງອ່າງລ້ຽງປາ, ກົບ, ສ້າງຫ້ອງນໍ້າ ແລະ ໄຟຟ້າ.

ຢູມັນນີ ຈະສືບຕໍ່ການພັດທະນາດ້ານບໍລິການໃຫ້ນັບມື້ສະດວກສະບາຍຍິ່ງຂຶ້ນ ພ້ອມກັບປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມຕໍ່ໄປ.

On the occasion of u-money’s 4th anniversary of providing services, u-money contributed cash amounting to 3,000,000 kip with some clothes given to the Lao Red Cross to give to the needy people as appropriate, which throughout the past, Star Fintech “u-money” has always contributed to the aid work.,

In the past year 2020, there was an epidemic of Covid 19 a fundraising program has been organized to contribute to the purchase of medical equipment for the work of the Lao Red Cross through the u-money channel “u-money” is mainly the contribution of all the employees of Unitel, Employees of Star FinTech and customers total 33,000,000 million.

In addition, Star Fintech Co., Ltd. “u-money” Together with the Lao Red Cross Organization, they combined giving and receiving masks for the main 27 quarantine center, total number: 5,000 sheets to serve in the prevention of the Covid 19 virus in the quarantine center in 2021, there was help for the family of Mrs. Yeu at Phonxay Village, Xaythany District, Vientiane. In the target group of poor and needy, this time help is provided in the form of building fish ponds, frogs, building toilets and electricity.

u-money will continue to develop services to make them more comfortable and contribute to helping the society in the future.