ສປປ ລາວ- ບຣູໄນ ຍົກລະດັບການພົວພັນຮ່ວມມືດ້ານພະລັງງານ, ສຶກສາທ່າແຮງນໍາເຂົ້ານໍ້າມັນເຊື້ອໄຟ

110

ເນື່ອງໃນໂອກາດການເດີນທາງຢ້ຽມຢາມທາງລັດຖະກິດ ທີ່ປະເທດ ບຣູໄນ ດາຣູຊາລາມ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ລະຫວ່າງ ວັນທີ 24-26 ຕຸລາ 2022 ເພື່ອເປັນການເພີ່ມທະວີສາຍພົວພັນອັນແໜ້ນແຟ້ນຂອງສອງປະເທດໃຫ້ເພີ່ມພູນຄູນສ້າງຢ່າງຈິງໃຈຕໍ່ກັນ ລັດຖະບານທັງສອງໄດ້ເຫັນເຖິງທ່າແຮງໃນຂົງເຂດການຮ່ວມມືໃໝ່ ໂດຍສະເພາະຂົງເຂດທາງດ້ານພະລັງງານ ແລະ ຂົງເຂດທາງດ້ານກະສິກຳ.

ເຊິ່ງໃນວັນທີ 25 ຕຸລາ 2022 ຕາງໜ້າ ລັດຖະບານ ສປປ ລາວ ໂດຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ຕາງໜ້າລັດຖະບານ ບຣູໄນ ດາຣູຊາລາມ ໂດຍ ທ່ານ DATO DR AMIN ABDULLAH ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ເປັນລັດຖະມົນຕີ ການເງິນ ແລະ ເສດຖະກິດ II ໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໂດຍການຮັບກຽດຢ່າງສູງເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດ ຊຸນຕານ ເຈົ້າຊີວິດແຫ່ງ ບຣູໄນ ດາຣູຊາລາມ.

ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ສ້າງຂຶ້ນໂດຍມີ ຈຸດປະສົງເພື່ອເປັນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນທີ່ມີຕໍ່ກັນຢ່າງເລິກເຊິ່ງ ລະຫວ່າງ ສອງລັດຖະບານ ລາວ-ບຣູໄນ ພ້ອມທັງເປັນການສ້າງຂອບການເຮັດວຽກຊຸກຍູ້ໃຫ້ແກ່ການຮ່ວມມືຄວາມໝັ້ນຄົງທາງດ້ານພະລັງງານ ກັບ ບຣູໄນ ທີ່ລວມມີ 3 ຂອບໜ້າ ວຽກຄື: 1. ສຶກສາທ່າແຮງໃນການສົ່ງອອກ ແລະ ນໍາເຂົ້ານໍ້າມັນເຊື້ອໄຟ ແລະ ຜະລິດຕະພັນນໍ້າມັນອື່ນໆ; 2. ສຶກສາທ່າແຮງການພັດທະນາພະລັງງານທົດແທນ ແລະ ພະລັງງານທາງເລືອກ ລວມທັງ ເຕັກໂນໂລຢີທີ່ກ່ຽວຂ້ອງ ແລະ 3. ສຶກສາການແລກປ່ຽນປະສົບການ ແລະ ເສີມຂະຫຍາຍການສ້າງຂີດຄວາມສາມາດ ລະຫວ່າງ ສອງປະເທດ.

ພ້ອມນີ້, ເພື່ອເປັນການຜັນຂະຫຍາຍການຮ່ວມມືຢ່າງແຂງແຮງທະນົງແກ່ນ ທັງສອງຝ່າຍກໍມີແຜນສືບຕໍ່ຮ່ວມກັນເຮັດວຽກລົງເລິກຕໍ່ບັນດາໜ້າວຽ

ກພາຍໃຕ້ຂອບ MOU ໃຫ້ໄດ້ຮັບໝາກຜົນ.ຂ່າວ-ພາບ: ກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່