ເສດຖະກິດຈີນ ຂະຫຍາຍຕົວເກີນຄາດ ໃນໄຕມາດ 3

32

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 24 ຕຸລາ 2022 ວ່າ ທາງການຂອງ ສປ ຈີນ ອອກມາເປີດເຜີຍວ່າ ຕົວເລກການຂະຫຍາຍຕົວດ້ານເສດຖະກິດຂອງຈີນ ໃນໄຕມາດ 3 ຂອງປີນີ້ ຂະຫຍາຍຕົວເກີນຄາດ ແຕ່ປີໜ້າອາດມີຄວາມທ້າທາຍຫຼາຍຢ່າງ ໂດຍສະເພາະມາດຕະການຄວບຄຸມໂຄວິດ – 19, ການລົງທຶນດ້ານອະສັງຫາລິມະຊັບຫຼຸດລົງ ແລະ ຄວາມສ່ຽງຈາກເສດຖະກິດໂລກທົດຖອຍ.

May be an image of monument and skyscraper

ລາຍງານຂອງທາງການຈີນ ລະບຸວ່າ: ເນື່ອງຈາກລັດຖະບານໄດ້ອອກມາດຕະການຕ່າງໆ ຈຶ່ງເຮັດໃຫ້ເສດຖະກິດຈີນ ເຊິ່ງເປັນເສດຖະກິດຂະໜາດໃຫຍ່ອັນດັບ 2 ຂອງໂລກ ຂະຫຍາຍຕົວ 3,9% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ສູງກວ່າໄຕມາດ 2 ຂອງປີນີ້ ທີ່ຂະຫຍາຍຕົວ 2,7% ແລະ ຂະຫຍາຍຕົວເກີນທີ່ຄາດການໄວ້ວ່າ ຈະຢູ່ໃນລະດັບ 3,5% ໂດຍໄດ້ແຮງຍູ້ຈາກພາກການຜະລິດ ເຊິ່ງຂໍ້ມູນຊີ້ໃຫ້ເຫັນວ່າ ການຜະລິດພາກອຸດສາຫະກຳໃນເດືອນກັນຍາ 2022 ເພີ່ມຂຶ້ນ 6,3% ສູງກວ່າທີ່ຄາດການໄວ້.

May be an image of skyscraper

ແນວໃດກໍຕາມ, ອຸປະສົງພາຍໃນປະເທດທີ່ອ່ອນແອລົງ ບວກກັບການສົ່ງອອກສະລໍຕົວລົງ ໄດ້ບົ່ງຊີ້ເຖິງທ່າອ່ຽງການເຕີບໂຕໃນປີໜ້າ ໂດຍການສົ່ງອອກເພີ່ມຂຶ້ນ 5,7% ໃນເດືອນກັນຍາ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ນັບວ່າເປັນການເພີ່ມຂຶ້ນທີ່ລະດັບຕ່ຳທີ່ສຸດ ນັບແຕ່ເດືອນເມສາຜ່ານມາ, ຂະນະທີ່ການນຳເຂົ້າເພີ່ມຂຶ້ນ 0,3%.