ເປີດຂາຍເຂົ້າສານທີ່ລາຄາລັດກຳນົດແຊກແຊງຕະຫຼາດ ຂາຍສູງສຸດບໍ່ເກີນ 9.700 ກີບຕໍ່ກິໂລ ກຳນົດເປີດຂາຍ 60 ວັນ

178

ດັ່ງທີ່ຮູ້ກັນແລ້ວສະພາບການເໜັງຂອງລາຄາສິນຄ້າ ໂດຍສະເພາະແມ່່ນເຂົ້າກິນ ແມ່ນໄດ້ມີການປັບຂຶ້ນສູງຫຼາຍ ເນື່ອງມາຈາກຫຼາຍປັດໄຈ ມັນໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ, ຊາວຄ້າຂາຍຜູ້ທີ່ີມີລາຍຮັບຕ່ຳ ເພາະເຂົ້າກິນເປັນອາຫານຫຼັກຂອງຄົນລາວເຮົາ, ເພື່ອແຊກແຊງລາຄາເຂົ້າທີ່ສູງນັ້ນ, ລັດໄດ້ເປີດຮ້ານຈຳໜ່າຍເຂົ້າກິນ ເພື່ອແຊກແຊງລາຄາລັດຊີ້ນຳຢູ່ນະຄອນຫຼວງວຽງຈັນ ໂດຍຂາຍລາຄາສູງສຸດບໍ່ເກີນ 9.700 ກີບຕໍ່ກິໂລ ໄລຍະ 60 ວັນ.

ພິທີໄຂຮ້ານຈຳໜ່າຍເຂົ້າກິນເພື່ອແຊກແຊງລາຄາລັດຊີ້ນຳຢູ່ນະຄອນຫຼວງວຽງຈັນ (ນວ) ຂອງພະແນກອຸດສາຫະກຳ ແລະ ການຄ້າ (ອຄ ນວ) ຮ່ວມກັບຜູ້ປະກອບການບໍລິສັດ ຄໍາແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ຈັດຂຶ້ນວັນທີ 24 ຕຸລາ 2022 ຢູ່ບໍລິສັດດັ່ງກ່າວ ບ້ານນາສ້ຽວ ເມືອງນາຊາຍທອງ ນວ ໂດຍມີທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ ນວ ທ່ານ ຄໍາແພງ ແສງທະວີ ຜູ້ອຳນວຍການບໍລິສັດ ຄໍາແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ ນວ ກ່າວວ່າ: ໂດຍປະຕິບັດຕາມດຳລັດເລກທີ 474/ນຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ແຈ້ງການຂອງກະຊວງ ອຄ ສະບັບເລກທີ 2057/ຫກ ອຄ ໃຫ້ພະແນກ ອຄ ແຂວງ ແລະ ນະຄອນຫຼວງ ກະກຽມເອົາເຂົ້າຄັງແຮອອກແຊກແຊງຕະຫຼາດ ແລະ ປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງພະແນກ ອຄ ນວ ເພື່ອສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນ ນວ ສະບັບເລກທີ 490/ຈນວ ພະແນກ ອຄ ນວ ໃນນາມຜູ້ປະຈຳການ ພະແນກການກ່ຽວຂ້ອງ ບັນດາເມືອງທີ່ຊີ້ນຳໂດຍທ່ານຮອງເຈົ້າເມືອງ ແລະ ກອງເລຂາຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນ ນວ ໄດ້ປະຕິບັດຕາມພາລະບົດບາດຂອງຄະນະຄຸ້ມຄອງລາຄາສິນຄ້າແລະ ຄ່າບໍລິການ ຂັ້ນ ນວ ໂດຍສະເພາະ ລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆທີ່ມີຜົນກະທົບໄວຕໍ່ການດຳລົງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາເສດຖະກິດສັງຄົມ ເປັນຕົ້ນ ລາຄາສິນຄ້າປະເພດເຂົ້າກິນ ທີ່ເປັນສິນຄ້າຄວບຄຸມລາຄາ ໃນບັນຊີ ກ ແລະ ເປັນສິນຄ້າທີ່ມີຄວາມຕ້ອງການບໍລິໂພກຫຼາຍໃນສັງຄົມ ເຊິ່ງເປັນອາຫານຫຼັກໃນຄົວເຮືອນ ລວມທັງໃນຮ້ານອາຫານ ແລະ ໂຮງແຮມຕ່າງໆ ຢູ່ ນວ

ສະພາບລາຄາເຂົ້າກິນໃນໄລຍະ 6 ເດືອນຕົ້ນປີຜ່ານມາ ຢູ່ ນວ ເຫັນວ່າລາຄາເຂົ້າກິນໄດ້ມີການເໜັງຕີງປັບຂຶ້ນລາຄາມາຕໍ່ເນື່ອງ ຄືສະພາບລາຄາເຂົ້າກິນຢູ່ ນວ ໃນຕົ້ນປີ 2022 ມີທ່າອ່ຽງເໜັງຕີງປັບຂຶ້ນລາຄາ ຮອດປັດຈຸບັນ ລາຄາເຂົ້າເປືອກໜຽວ ສະເລ່ຍ 5.500 ກີບຕໍ່ກິໂລ ສົມທຽບໃສ່ປີ 2021 ເພີ່ມຂຶ້ນ 34,14% ເຂົ້າສານໜຽວປະເພດ 2 ລາຄາສະເລ່ຍ 10.500 ກີບຕໍ່ກິໂລ ສົມທຽບໃສ່ປີ 2021 ເພີ່ມຂຶ້ນ 36,36% ສາເຫດທີ່ເຂົ້າກິນໃນປີນີ້ມີລາຄາສູງຂຶ້ນ ປັດໄຈມາຈາກລາຄານໍ້າມັນເຊື້ອໄຟ ອັດຕາແລກປ່ຽນ ລາຄາປຸຍ ສະພາບເງິນເຟີ້ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ ແລະ ອີກບັນຫາໜຶ່ງ ແມ່ນເນື່ອງຈາກວ່າໄລຍະນີ້ ເປັນລະດູການຜະລິດ ເຊິ່ງເຮັດໃຫ້ຊາວນາບໍ່ຂາຍເຂົ້າອອກ ຈົນກວ່າການເກັບກ່ຽວເຂົ້ານາປີສຳເລັດ ຈຶ່ງມີການຂາຍເຂົ້າອອກ ເປັນສາເຫດໜຶ່ງຂອງແຕ່ລະປີ ໃນໄລຍະນີ້ ລາຄາເຂົ້າກິນມີການເໜັງຕີງເພີ່ມຂຶ້ນ ສະເພາະປີນີ້ ແມ່ນເຫັນວ່າມີທ່າອ່ຽງເພີ່ມຂຶ້ນສູງ ເນື່ອງມາຈາກສະພາບລາຄາສິນຄ້າທຸກປະເພດມີການຜັນຜວນເພີ່ມຂຶ້ນ.

ຮູບປະກອບຂ່າວ

ສະນັ້ນ ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາເຂົ້າສານ ແລະ ດັດສົມຕະຫຼາດໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ ມີຄວາມໝັ້ນຄົງທາງດ້ານການສະໜອງ ບໍ່ໃຫ້ມີຜົນກະທົບບໍ່ດີຕໍ່ສັງຄົມ ຫຼີກລ່ຽງສະພາບເຂົ້າກິນຂາດຕະຫຼາດ ແລະ ການເກງກໍາໄລທີ່ບໍ່ສົມເຫດສົມຜົນ ເຊິ່ງກໍ່ໃຫ້ເກີດຄວາມວຸ່ນວາຍພາຍໃນ ນວ ມາໃນວັນທີ 4 ຕຸລາ 2022 ພະແນກ ອຄ ນວ ໄດ້ຈັດປະຊຸມຮ່ວມກັບ ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ກຸ່ມໂຮງສີເຂົ້າຢູ່ໃນ ນວ ໃຫ້ນຳເອົາສິນຄ້າປະເພດເຂົ້າສານໜຽວປະເພດ 2 ອອກຈຳໜ່າຍສູ່ສັງຄົມ ໃນລາຄາທີ່ລັດຊີ້ນຳ ເຂົ້າສານໜຽວປະເພດ 2 ລາຄາສູງສຸດບໍ່ເກີນ 9.700 ກີບຕໍ່ກິໂລ ຈໍານວນທັງໝົດ 340 ໂຕນ ເພື່ອໃຫ້ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ ແລະ ເຂົ້າໄປຊົມໃຊ້ບໍລິການເຂົ້າສານໜຽວປະເພດ 2 ໃນລາຄາທີ່ລັດຊີ້ນໍາ.

ຮູບປະກອບຂ່າວ ລາຄາເຂົ້າສານຂາຍຕາມທ້ອງຕະຫຼາດ

ດັ່ງນັ້ນ, ພະແນກ ອຄ ນວ ຈຶ່ງໄດ້ອອກແຈ້ງການແນະນໍາໃຫ້ເປັນຮູບປະທຳ ເຊິ່ງໄດ້ກຳນົດເອົາສະຖານທີ່ຕັ້ງຈຸດຈຳໜ່າຍ ຢູ່ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານນາສ້ຽວ ຖະໜົນສີເກີດ-ດົງໂດກ ເມືອງ ນາຊາຍທອງ ເລີ່ມຂາຍເວລາແຕ່ 8:00 ໂມງ-17:00 ໂມງ ວັນຈັນ-ວັນສຸກ ເຊິ່ງຈະໄດ້ດຳເນີນການເປີດບໍລິການເປັນເວລາ 60 ວັນ ແຕ່ວັນທີ 24 ຕຸລາ-24 ທັນວາ 2022 ແລະ ມີແຜນຈະສືບຕໍ່ປະຕິບັດໄປແຕ່ໄລຍະຕື່ມອີກ.

ຂອບໃຈຂ່າວ-ພາບ: Vietiane Mai