MAZDA ຢູ 8 ປີຄວ້າແຊັມ, ອານຸສັກ ເຈົ້າຂອງ MVP, WIG NAGA ຢູ 10 ຄວ້າອັນດັບ 3 ທີ່ໄທ

115

2 ທີມເຍົາວະຊົນລາວຢ່າງ WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນ ກັບ MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນ ເຂົ້າຮ່ວມການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ ສາມາດປະສົບຜົນສໍາເລັດ 2 ຮຸ່ນ.

ລາຍການດັ່ງກ່າວ ທີມຈາກ ສປປ ລາວ ສົ່ງເຂົ້າຮ່ວມ 2 ທີມຄື: LAOS WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນອາຍຸປະກອບດ້ວຍ 9, 10 ແລະ 11 ປີ, ສ່ວນ LAOS MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນອາຍຸປະກອບມີ ບໍ່ເກີນ 8 ປີ ແລະ 13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີທີມເຂົ້າຮ່ວມ 8 ທີມ ຄັດເອົາທີມຊະນະເຂົ້າຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລໍາດັບ.

ຜ່ານການແຂ່ງຂັນປາກົດວ່າ:
ດັບເບິລຢູໄອຈີ ນາຄາ ( WIG NAGA ) ທີ່ສົ່ງເຂົ້າຮ່ວມລາຍການໃນຕ່າງປະເທດເປັນຄັ້ງທໍາອິດ ສ້າງຜົນງານໂດດເດັ່ນໃນຮຸ່ນອາຍຸບໍ່ເກີນ 10 ລົງສະໜາມ 3 ນັດໃນຮອບຄັດເລືອກສາມາດຊະນະລວດ ຜ່ານເຂົ້າຮອບ 4 ທີມໃນຖານະທີມອັນດັບ 1 ຂອງກຸ່ມ ກ່ອນເສຍໃຫ້ກັບ ບາງກອກ ທົນບູຣີ 0-1 ໃນຮອບ 4 ທີມສຸດທ້າຍໄປຢ່າງໜ້າເສຍດາຍ. ຢ່າງໃດກໍຕາມ ໃນຮອບຊີງອັນດັບ 3 ສາມາດເອົາຊະນະ ເບຊິກ 1-0 ຄວ້າອັນດັບ 3 ໄປຄອງ ພ້ອມຂັນແຊັມ, ຫຼຽນລາງວັນ ແລະ ເງິນລາງວັນ 5.000 ບາດ, ສ່ວນແຊັມຕົກເປັນຂອງ ພັດທະຍາ ທີ່ເອົາຊະນະ ບາງກອກ ທົນບູຣີ 4-2. ຂະນະທີ່ ອີກ 2 ຮຸ່ນກໍຄື ຢູ 9 ແລະ 11 ປີແມ່ນບໍ່ຜ່ານຮອບຄັດເລືອກ.

ສ່ວນ ມາຊດ້າ ຈີບີ ເອັຟຊີ ( MAZDA ) ສົ່ງເຂົ້າຮອບ 2 ຮຸ່ນໃນນັ້ນ ຢູ 11 ແມ່ນບໍ່ຜ່ານຮອບຄັດເລືອກ, ແຕ່ໃນຮຸ່ນອາຍຸບໍ່ເກີນ 8 ປີດີກຣີແຊັມ LaLiga Youth Tournament ທີ່ປະເທດມາເລເຊຍ ໃນເດືອນສິງຫາທີ່ຜ່ານ ຍັງຮັກສາຜົນງານຢ່າງໂດດເດັ່ນລົງສະໜາມ 3 ນັດໃນຮອບຄັດເລືອກຊະນະ 2 ແລະ ສະເໝີ 1 ນັດ ຜ່ານເຂົ້າຮອບ 4 ທີມໃນຖານະແຊັມກຸ່ມ ກ່ອນເອົາຊະນະ ເຈົ້າພາບ ຊຽງຣາຍ ຂາດລອຍ 7-2 ແລະ ຜ່ານເຂົ້າຮອບຊີງຊະນະເລີດກໍສາມາດດວນຈຸດໂທດເອົາຊະນະ ສະຫວັດດີບົວ ອະຄາເດມີ 4-3 ຫຼັງສະເໝີກັນ 2-2 ຄວ້າແຊັມໄປຄອງ ພ້ອມກັບຂັນລາງວັນ, ຫຼຽນ ແລະ ເງິນລາງວັນ 20.000 ບາດ.

ພິເສດ ທ້າວ ອານຸສັກ ວິໄລກຸນ ກອງໜ້າຕົວເກັ່ງຂອງ ມາຊດ້າ ຈີບີ ເອັຟຊີ ໃນຮຸ່ນອາຍຸບໍ່ເກີນ 8 ປີກາຍເປັນນັກເຕະລາວ 1 ດຽວທີ່ສາມາດຄວ້າລາງວັນດີເດັ່ນປະຈາລາຍການ ກໍຄືລາງວັນນັກເຕະດີເດັ່ນ ( MVP ) ປະຈໍາການແຂ່ງຂັນ ຈາກຜົນງານຍິງໄປເຖິງ 11 ປະຕູ ແລະ ສົ່ງໃຫ້ໝູ່ຍິງອີກ 3 ປະຕູ ກ່ອນພາທີມຄວ້າແຊ້ມໄປຄອງຢ່າງຍິ່ງໃຫຍ່.

ສໍາລັບ ການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ຈັດຂຶ້ນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ແຂວງຊຽງຣາຍ ປະເທດໄທ ເປັນເຈົ້າພາບ ໂດຍມີການຊີງໄຊເຖິງ 6 ຮຸ່ນນັບແຕ່ 8-13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີ 8 ທີມເຂົ້າຮ່ວມຊີງໄຊ ລວມທັງໝົດມີເຖິງ 48 ທີມ.
ຂ່າວ-ຮູບ: Larh Creators; ລາຍງານຈາກ: ຊຽງຣາຍ ປະເທດໄທ