ທ່ານ ທອງລຸນ ສີສຸລິດ ເດີນທາງຢ້ຽມຢາມບຣູໄນ ດາຣູຊາລາມ

84

ໃນຕອນບ່າຍຂອງວັນທີ 24 ຕຸລາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງເຖິງ ສະໜາມບິນສາກົນບຣູໄນ, ທີ່ນະຄອນຫລວງ ບັນດາ ເສຣິ ເບກາວັນ ບຣູໄນ ດາຣູຊາລາມ ໂດຍການຕ້ອນຮັບຂອງທ່ານ ໂດຍການຕ້ອນຮັບຂອງ ທ່ານ ດາໂຕະ Seri Setia Awang Haji Ahmaddin bin Haji Abdul Rahman, ລັດຖະມົນຕີກະຊວງພາຍໃນ ແຫ່ງ ບຣູໄນ ດາຣູຊາລາມ (ລັດຖະມົນຕີກຽດຕິຍົດ) ພ້ອມດ້ວຍພັນລະຍາ ແລະ ຄະນະ.


ການຢ້ຽມຢາມໃນຄັ້ງນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະນາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຈະດໍາເນີນການຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ໃນວັນທີ 24-26 ຕຸລາ 2022, ​ຕາມການເຊື້ອ​ເຊີນ​ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ.

ເຊິ່ງຈະມີການພົບປະສອງຝ່າຍ ເພື່ອທົບທວນຄືນການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.


ຂ່າວ: ກົມຂ່າວກະຊວງການຕ່າງປະເທດ