ບໍລິສັດ ເບສ ເທເລຄອມ ເຊື່ອມຊືມເອກະສານ ແຜນຍຸດທະສາດ 5 ປີ

75

ບໍລິສັດ ເບສ ເທເລຄອມ ຈໍາກັດ ຈັດຕັ້ງກອງປະຊຸມ ຄົ້ນຄວ້າເຊື່ອມຊືມເອກະສານ ແຜນຍຸດທະສາດ 5 ປີ (2022–2026) ຂຶ້ນວັນທີ 7 ຕຸລາ 2022 ໂດຍໄຂຂຶ້ນໃນທາມກາງທີ່ທົ່ວພັກ-ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນສ້າງຜົນງານ ເພື່ອຄໍານັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ ເວົ້າລວມ ເວົ້າສະເພາະແມ່ນວັນປະກາດເອກະລາດ 12 ຕຸລາ 1945, ວັນສະຖາປະນາ ສປປ ລາວ 2 ທັນວາ 1975, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະ ວັນສ້າງຕັ້ງກອງທັບຄົບຮອບ 75 ປີ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ ປະທານສະພາ ບໍລິຫານ ບໍລິສັດ ເບສ ເທເລຄອມ, ມີ ທ່ານ ພັທ ພີມ ວິຈິດວົງສາ ຮອງຫົວໜ້າຫ້ອງການການເມືອງ, ກົມໃຫຍ່ເສນາທິການກອງທັບ, ທ່ານ ພັນເອກ ສຸບັນ ພັນທະວີ ຫົວໜ້າກົມສື່ສານ, ຫົວໜ້າໂຄງການສື່ສານ ພ້ອມດ້ວຍຄະນະ, ທ່ານ ລິດທິກອນ ພູມມະສັກ ຜູ້ອຳນວຍການໃຫຍ່ ບໍລິສັດ ເບສ ເທເລຄອມ ພ້ອມດ້ວຍຄະນະອຳນວຍການ, ຫົວໜ້າພະແນກ, ຫົວໜ້າສາຂາແຂວງ ຕະຫຼອດຮອດພະນັກງານວິຊາການຂອງບໍລິສັດເບສ ເທລຄອມ ເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ປະທານສະພາບໍລິຫານ ບໍລິສັດ ເບສ ເທເລຄອມ ຂຶ້ນຜ່ານແຜນຍຸດທະສາດ 5 ປີ (2022–2026) ຂອງ ບໍລິສັດ ເບສ ເທເລຄອມ ກັນໃຫ້ກັບ ພະນັກງານຫຼັກແຫຼ່ງ ຂອງບໍລິສັດ ເບສ ເທເລຄອມ ຮັບຮູ້ ແລະ ເຂົ້າໃຈເຖິງແຜນຍຸດທະສາດ 5 ປີ ຢ່າງເລິກເຊິ່ງ, ຕໍ່ການດຳເນີນທຸລະກິດໃນແຕ່ລະປີ, ເຂົ້າໃຈເຖິງການພັດທະນາລະບົບໂທລະຄົມ ມະນາຄົມ ແລະ ການສື່ສານຄົບວົງຈອນຂອງບໍລິສັດ. ໃນນັ້ນ, ທ່ານກໍຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກໂດຍຕິດພັນກັບວຽກງານ ປກຊ- ປກສ ຄຽງຄູ່ກັບການດຳເນີນທຸກລະກິດຂອງບໍລິສັດ ແລະ ຍັງຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງເຊີດຊູຄວາມຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກ ໂດຍນໍາເອົາເນື້ອໃນຂອງແຜນການຍຸດທະສາດ 5 ປີ ຂອງບໍລິສັດ ນໍາໄປຈັດຕັ້ງປະຕິບັດເຂົ້າວຽກຕົວຈິງໃຫ້ມີຜົນສໍາເລັດ ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ.

ຫຼັງຈາກນັ້ນ ທ່ານ ລິດທິກອນ ພູມມະສັກ ຜູ້ອຳນວຍການໃຫຍ່ ບໍລິສັດ ເບສ ເທເລຄອມ ໄດ້ປະກອບຄໍາຄິດຄໍາເຫັນ ໂອ້ລົມຕໍ່ພະນັກງານວິຊາການຫຼັກແຫຼ່ງຂອງບໍລິສັດ ໂດຍທ່ານຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການດຳເນີນທຸລະກິດໃນໄລຍະໃໝ່ ແລະ ທ່ານກໍໄດ້ໃຫ້ຄວາມສໍາຄັນຕໍ່ພະນັກງານວິຊາການ ຢູ່ບັນດາສາຂາແຂວງ ໃຫ້ສຸມໃສ່ໜ້າທີ່ວິຊາສະເພາະຢ່າງຕັ້ງໜ້າໃຫ້ມີຄວາມສຳເລັດໃນການດຳເນີນທຸລະກິດ ແລະ ຍັງເປັນເຂັມຊີ້ທິດເຍືອງທາງໃຫ້ບັນດາພະນັກງານວິຊາການຂອງບໍລິສັດ ເພື່ອນຳເອົາເນື້ອແຜນຍຸດທະສາດ 5 ປີຂອງບໍລິສັດ ນໍາໄປຜັນຂະຫຍາຍເຂົ້າສູ່ວຽກງານຂົງເຂດຂອງຕົນຮັບຜິດຊອບໃຫ້ມີຜົນສຳເລັດຢ່າງແຂງແຮງ.