ການສົ່ງອອກຂອງຫວຽດນາມ ເລີ່ມຫຼຸດລົງ

17

ສຳນັກຂ່າວ ນິເຄອິເອເຊຍ ລາຍງານວ່າອຸດສາຫະກຳການຜະລິດຂອງຫວຽດນາມ ກຳລັງໄດ້ຮັບຜົນກະທົບຈາກການສັ່ງຊື້ສິນຄ້າຈາກປະເທດຜູ້ນຳເຂົ້າ ໂດຍສະເພາະສະຫະລັດອາເມຣິກາ ແລະ ເອີຣົບ ທີ່ກຳລັງປະເຊີນກັບອັດຕາເງິນເຟີ້ ແລະ ເສດຖະກິດທົດຖອຍ ເຊິ່ງສົ່ງຜົນກະທົບຕໍ່ກຳລັງຊື້ຂອງຜູ້ບໍລິໂພກອ່ອນແອລົງ.

ຜູ້ຜະລິດສິນຄ້າຈາກຫວຽດນາມ ຫຼາຍກຸ່ມ ບໍ່ວ່າຈະເປັນກຸ່ມຜູ້ຜະລິດອຸປະກອນເອເລັກໂຕຣນິກ, ເຄື່ອງໃຊ້ໄຟຟ້າ, ເສື້ອຜ້າ ແລະ ອື່ນໆ ຕ່າງກໍມີຍອດສັ່ງຊື້ຫຼຸດລົງ.

No photo description available.

ສູນສະຖິຕິຂອງຫວຽດນາມ ເປີດເຜີຍວ່າ: ໃນເດືອນກັນຍາຜ່ານມາ ການສົ່ງອອກສິນຄ້າຂອງຫວຽດນາມ ຢູ່ທີ່ລະດັບ 29.940 ລ້ານໂດລາສະຫະລັດ ຫຼຸດລົງ 14,3% ເມື່ອທຽບໃສ່ເດືອນສິງຫາ ເຊິ່ງເດືອນສິງຫາຢູ່ທີ່ 34.920 ລ້ານໂດລາສະຫະລັດ ເຊິ່ງເປັນການຫຼຸດລົງເປັນຈຳນວນຫຼວງຫຼາຍ ທັງໆທີ່ຢູ່ໃນໄລຍະທ້າຍປີ.

ທ່ານ ຟາມ ຊວັນ ຮົງ ປະທານສະມາຄົມອຸດສາຫະກຳຕັດຫຍິບ ນະຄອນໂຮຈິມິນ ເປີດເຜີຍວ່າ: ເຖິງແມ່ນວ່າຍອດມູນຄ່າການສົ່ງອອກຂອງເຄື່ອງຕັດຫຍິບ ໃນໄລຍະ 8 ເດືອນທຳອິດຂອງປີນີ້ ຈະທະລຸ 30.100 ລ້ານໂດລາສະຫະລັດ ແຕ່ສ່ວນໃຫຍ່ຈະຢູ່ໃນໄລຍະ 6 ເດືອນຕົ້ນປີ, ຫຼັງຈາກເດືອນກໍລະກົດເປັນຕົ້ນມາ ຍອດສັ່ງຊື້ຈາກປະເທດຜູ້ນຳເຂົ້າເລີ່ມຫຼຸດລົງຢ່າງຕໍ່ເນື່ອງ.

May be an image of text that says 'Nhìn lại sau 35 năm đổi mới'

Maybank ທະນາຄານຍັກ  ໃຫຍ່ຂອງມາເລເຊຍ ຄາດການວ່າ: ສະຖານະການດັ່ງກ່າວນີ້ ອາດຈະສົ່ງຜົນກະທົບຕໍ່ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ທີ່ເພິ່ງພາການສົ່ງອອກ ໂດຍຄາດວ່າໃນໄຕມາດ 4 ຂອງປີນີ້ ເສດຖະກິດຫວຽດນາມ ຈະຂະຫຍາຍຕົວໃນລະດັບ 5,7% ເຊິ່ງຫຼຸດລົງ ເມື່ອທຽບກັບ 13,7% ໃນໄຕມາດ 3 ຂອງປີ 2022.