ສະຫາຍ ສີ ຈິ້ນຜິງ ໄດ້ຮັບເລືອກເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ອີກສະໄໝ

45

ຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ຈັດກອງປະຊຸມຄັ້ງປະຖົມມະລືກຂຶ້ນໃນຕອນເຊົ້າວັນທີ 23 ຕຸລາ 2022 ທີ່ຫໍປະຊຸມສະພາປະຊາຊົນແຫ່ງຊາດຈີນ ນະຄອນຫຼວງປັກກິ່ງ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນລະຫວ່າງວັນທີ 16 – 22 ຕຸລາ 2022.

May be an image of 1 person and standing

ກອງປະຊຸມໄດ້ຕົກລົງເຫັນດີຮັບຮອງເອົາກົມການເມືອງສູນກາງພັກກອມມູນິດຈີນຊຸດໃໝ່ ( ສະໄໝທີ XX ) ຈຳນວນ 24 ສະຫາຍ, ເລືອກເອົາຄະນະກຳມະການປະຈຳກົມການເມືອງ ສູນກາງພັກກອມມູນິດຈີນ ຊຸດໃໝ່ ຈໍານວນ 7 ສະຫາຍ ປະກອບມີ: ສະຫາຍ ສີ ຈິ້ນຜິງ, ສະຫາຍ ຫຼີ ສຽງ, ສະຫາຍ ຈ້າວ ເລີ້ຈີ້, ສະຫາຍ ຫວາງ ຮູ້ໜິງ, ສະຫາຍ ຊ້າຍ ສີ, ສະຫາຍ ຕິ່ງ ເຊສຽງ ແລະ ສະຫາຍ ຫຼີ ຊີ.

ກອງປະຊຸມໄດ້ເຫັນດີເປັນເອກະສັນເລືອກເອົາ ສະຫາຍ ສີ ຈິ້ງຜິງ ເປັນເລຂາທິການ   ໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ຊຸດໃໝ່ ເຊິ່ງເປັນສະໄໝທີ 3 ຕິດຕໍ່ກັນ ແລະ ເລືອກເອົາຄະນະເລຂາທິການຄະນະກໍາມະການສູນກາງພັກກອມມູນິດຈີນ ຊຸດໃໝ່ ຈໍານວນ 7 ສະຫາຍ.

May be an image of 1 person and standing

ກອງປະຊຸມ ຍັງໄດ້ເລືອກເອົາປະທານ, ຮອງປະທານ ແລະ ຄະນະກໍາມະການທະຫານສູນກາງພັກກອມມູນິດຈີນ ຊຸດໃໝ່ ໂດຍເຫັນດີເລືອກເອົາ ສະຫາຍ ສີ ຈິ້ນຜິງ ເປັນປະທານ. ນອກຈາກນີ້, ຍັງໄດ້ເລືອກເອົາປະທານ, ຮອງປະທານ ແລະ ຄະນະກໍາມະການກວດກາວິໄນສູນກາງພັກກອມມູນິດຈີນ ຊຸດໃໝ່ ໂດຍມີສະຫາຍ ຫຼີ ຊີ ເປັນປະທານ.