ສະຫຼຸບຜົນງານຂອງແຜນງານພົ້ນເດັ່ນຂອງເຊກາ (CEGGA) ໄລຍະທີ I

72

ພິທີສະຫຼຸບຜົນງານຂອງແຜນງານເຊກາ (CEGGA) ໄລຍະທີ I ໄລຍະທີ I ຈັດຂຶ້ນວັນທີ 21 ຕຸລາ 2022 ຜ່ານມາ ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນິສິດ ແກ້ວປັນຍາ, ຮອງລັດທະມົນຕີກະຊວງພາຍໃນ ແລະ ຜູ້ຊີ້ນຳຄະນະສະພາທີ່ປຶກສາແຜນງານເຊກາ, ທ່ານ ໄນອັລ ລີໂອນາດ ຜູ້ຮັກສາການ ອຸປະທູດຂອງສະຫະພາບເອີຣົບ ປະຈຳ ສປປ ລາວ, ພ້ອມດ້ວຍຄູ່ຮ່ວມງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງງານໃນຄັ້ງນີ້ ແມ່ນເພື່ອນຳສະເໜີຜົນສຳເລັດທີ່ພົ້ນເດັ່ນຂອງແຜນງການເຊກາ ໄລຍະ 1 ທີ່ຈັດຕັ້ງປະຕິບັດໂດຍຄູ່ຮ່ວມງານຂອງພາກລັດ ເປັນຕົ້ນກະຊວງພາຍໃນ, ສະພາແຫ່ງຊາດ, ກະຊວງຍຸຕິທຳ ແລະ ກະຊວງການຕ່າງປະເທດ ເຊິ່ງເປັນໄລຍະ 6 ປີແລ້ວ ການຈັດຕັ້ງປະຕິບັດແຜນງານເຊກາ ໄລຍະ I ຂອງຄູ່ຮ່ວມງານລະຫວ່າງພາກສ່ວນຈັດຕັ້ງປະຕິບັດພາກລັດ ຊຶ່ງປະກອບມີ ກະຊວງພາຍໃນ, ສະພາແຫ່ງຊາດ, ກະຊວງຍຸຕິທຳ ແລະ ກະຊວງການຕ່າງປະເທດ ຮ່ວມກັບທີມເອີຣົບ ເຊິ່ງຈະໄດ້ປິດລົງໃນ ວັນທີ 31 ຕຸລາ 2022. ເພື່ອການສະເຫຼີມສະຫຼອງ ຜົນສຳເລັດຂອງແຜນງານເຊກາ ທາງກະຊວງພາຍໃນ ຮ່ວມກັບຫ້ອງການແຜນງານເຊກາ ໄດ້ຈັດພິທີສະຫຼຸບຜົນງານຂອງແຜນງານເຊກາ ໄລຍະທີ I ຂຶ້ນທີ່ນະຄອນຫຼວງວຽງຈັນ ແລະ ແຜນງານເຊກາ ໄລຍະທີ່ II ຈະເລີ່ມການຈັດຕັ້ງປະຕິບັດ ໃນວັນທີ 1 ເດືອນຕຸລາ 2022.

ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ເປັນແຜນງານໜຶ່ງ ທີ່ມີຫຼາຍພາກສ່ວນຈັດຕັ້ງປະຕິບັດ ໂດຍໄດ້ຮັບການສະໜັບສະໜູນຈາກຜູ້ໃຫ້ທິຶນຫຼາຍຝ່າຍ ຊຶ່ງໄດ້ເລີ່ມການຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2017 ໂດຍມີເປົ້າໝາຍໃນການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃນການພັດທະນາປະເທດຊາດ, ໂດຍຜ່ານການສົ່ງເສີມການປົກຄອງທີ່ດີ, ສິດທິມະນຸດ ແລະ ການສ້າງທີ່ປົກຄອງດ້ວຍກົດໝາຍໃນ ສປປ ລາວ ຕາມທີ່ລະບຸໄວ້ໃນນະໂຍບາຍ ແລະ ຍຸດທະສາດຂອງລັດຖະບານ ສປປ ລາວ. ແຜນງານເຊກາ ແມ່ນໄດ້ຮັບທຶນການສະໜັບສະໜູນຈາກ ສະຫະພາບເອີຣົບ, ລັດຖະບານສະທາລະນະລັດສະຫະພັນ ເຢຍລະມັນ, ແລະ ລັດຖະບານສະວິດເຊີແລນ ເຊິ່ງຈັດຕັ້ງປະຕິບັດໂດຍ ຈິໄອແຊັດ ໂດຍການຮ່ວມມືກັບຄູ່ຮ່ວມງານ ຂອງ ສປປ ລາວ.

ພ້ອມດຽວກັນນັ້ນ, ລັດຖະບານ ສປປ ລາວ ໄດ້ມອບໃຫ້ກະຊວງພາຍໃນ ໃຫ້ເປັນກອງເລຂາຄຸ້ມຄອງແຜນງານລວມ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດເພື່ອປັບປຸງສະພາບແວດລ້ອມ ແລະ ຄວາມອາດສາມາດໃຫ້ແກ່ສັງຄົມຈັດຕັ້ງສັງຄົມ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ຂັ້ນແຂວງ ໃນການເປັນຕົວແທນ, ການສ້າງນິຕິກຳ ແລະ ການຕິດຕາມກວດກາ; ກະຊວງຍຸຕິທຳ ແມ່ນໄດ້ ເພີ່ມທະວີການການຈັດຕັ້ງປະຕິບັດການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ປັບປຸງການເຂົ້າເຖິງຄວາມຍຸຕິທຳ; ກະຊວງການຕ່າງປະເທດ ແມ່ນໄດ້ປັບປຸງການຂະບວນການຜັນຂະຫຍາຍສົນທິສັນຍາສາກົນສູ່ກົດໝາຍພາຍໃນ ແລະ ພັນທະສິດທິມະນຸດ.

ທັງນີ້, ພາຍໃນພິທີສະຫຼຸບຜົນງານແຜນງານເຊກາ ໄລຍະ I ແມ່ນດຳເນີນໄປດ້ວຍຄວາມຟົດຟື້ນ ແລະ ມ່ວນຊື່ນ ໂດຍໄດ້ມີກິດຈະກຳຫຼາກຫຼາຍເຊັ່ນ: ຕົ້ນໄມ້ແຫ່ງການຮຽນຮູ້, ງານວາງສະແດງຮູບພາບ ແລະ ໜັງສືແຫ່ງການຮຽນຮູ້ ເພື່ອສະແດງໃຫ້ຜົນສຳເລັດຂອງແຜນງານເຊກາ ຢ່າງມີສ່ວນຮ່ວມ, ຜູ້ເຂົ້າຮ່ວມງານດັ່ງກ່າວ ໄດ້ມີໂອກາດແລກປ່ຽນຄວາມປະທັບໃຈ ຜ່ານສື່ຕ່າງໆ ໂດຍການໃຊ້ ແຮັດແທັກ #CEGGA ເພື່ອໃຫ້ໝູ່ເພື່ອນເຂົາເຈົ້າໄດ້ຕິດຕາມນຳ.