ຕະຫຼາດທຶນລາວ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງ ຄົບຮອບ 12 ປີ

81

ວັນທີ 22 ຕຸລາ 2022 ຜ່ານມາ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍ ຄະນະອໍານວຍການ ຂອງຕະຫຼາດຫຼັກຊັບລາວ ແລະ ຜູ້ມີສ່ວນຮ່ວມໃນຕະຫຼາດທຶນ ໄດ້ຮ່ວມກັນຈັດຂະບວນການຍ່າງເພື່ອສຸຂະພາບ ເພື່ອຊົມເຊີຍວັນສ້າງຕັ້ງຕະຫຼາດທຶນລາວ ຄົບຮອບ 12 ປີ (10/10/2010 -10/10/2022) ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ, ມີຄະນະກໍາມະການຄຸ້ມຄອງຫຼັກຊັບ, ຄະນະກະກຽມສ້າງຕັ້ງຕະຫຼາດຫຼັກຊັບລາວ, ບັນດາການນໍາຈາກ ທະນາຄານ ແຫ່ງ ສປປ ລາວ, ຄະນະອໍານວຍການ ຂອງຜູ້ມີສ່ວນຮ່ວມໃນຕະຫຼາດທຶນ, ບໍລິສັດເປົ້າໝາຍຜູ້ມີສ່ວນຮ່ວມໃນຕະຫຼາດທຶນ, ພ້ອມດ້ວຍ ພະນັກງານ ຂອງຂະແໜງ ການຕະຫຼາດທຶນ ເຂົ້າຮ່ວມ.

ການຈັດກິດຈະກຳ ໃນຄັ້ງນີ້, ແນໃສ່ສ້າງຂະບວນການ ຍົກສູງຜົນງານ ແລະ ການເຄື່ອນໄຫວວຽກງານຫຼັກຊັບ ໃຫ້ມີຄວາມພົ້ນເດັ່ນໃນສັງຄົມຫລາຍຍິ່ງຂຶ້ນ ພ້ອມທັງ ເສີມຂະຫຍາຍສາຍສໍາພັນໃຫ້ແໜ້ນແຟ້ນ ພາຍໃນຜູ້ມີສ່ວນຮ່ວມວຽກງານຕະຫຼາດທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະກຳມະການຄຸ້ມຄອງຫຼັກຊັບ, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ, ສະຖາບັນສື່ກາງດ້ານຫຼັກຊັບ, ຜູ້ມີສ່ວນຮ່ວມໃນຕະຫຼາດທຶນລາວ ແລະ ທຸກພາກສ່ວນ ພ້ອມທັງ ສະມາຊິກພັກ-ພະນັກງານທຸກຖ້ວນໜ້າແຕ່ອະດີດຈົນເຖິງປັດຈຸບັນ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ປະກອບສ່ວນໃຫ້ແກ່ການພັດທະນາຕະຫຼາດທຶນລາວ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ຕະຫລອດໄລຍະ 12 ປີ ທີ່ຜ່ານມາ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວອີກວ່າ: ໃນຊຸມປີຕໍ່ໜ້າ ພັກ ແລະ ລັດຖະບານ ຈະສືບຕໍ່ໃຫ້ການສະໜັບສະໜູນການພັດທະນາຕະຫຼາດທຶນລາວ ໂດຍຈະເລັ່ງໃສ່ຈັດຕັ້ງປະຕິບັດບັນດາ ນະໂຍບາຍ ແລະ ມາດຕະການຕິດພັນກັບຕະຫຼາດທຶນ; ສ້າງກົນໄກ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ວິສາຫະກິດ ໂດຍສະເພາະວິສາຫະກິດຂອງລັດ ໂດຍຜ່ານກົນໄກປະຕິຮູບຢ່າງເໝາະສົມ ແລະ ເປັນຮູບປະທຳ ແນໃສ່ເຮັດໃຫ້ຕະຫຼາດທຶນລາວ ສາມາດຕອບສະໜອງດ້ານແຫລ່ງທຶນຕາມ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ຕາມທິດຍືນຍົງ ແລະ ສີຂຽວ ກໍຄື ຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 (ສະບັບປັບປຸງ) ທີ່ລັດຖະບານໄດ້ຮັບຮອງແລ້ວ ເປັນຕົ້ນແມ່ນ ຊຸກຍູ້ວິສາຫະກິດທຸກຂະໜາດທີ່ເປັນຂະແໜງການສີຂຽວ ແລະ ມີທ່າແຮງສີຂຽວລະດົມທຶນຜ່ານຕະຫຼາດທຶນລາວ ພ້ອມທັງຊຸກຍູ້ການສ້າງຊ່ອງທາງໃນການລະດົມທຶນ ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອສ້າງໂອກາດ, ເອື້ອອໍານວຍ ແລະ ຮອງຮັບ ໃຫ້ວິສາຫະກິດເຫລົ່ານັ້ນ ສາມາດເຂົ້າເຖິງແຫລ່ງທຶນໄດ້ຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕົນ.