ເຮັດສຳເລັດພາລະກິດ! ໂຕໂນ່ ລອຍນ້ຳຂ້າມຂອງ ເພື່ອການກຸສົນ ຍອດບໍລິຈາກຫຼ້າສຸດ ທະລຸ 57 ລ້ານບາດ

80

ປະສົບຜົນສຳເລັດຢ່າງໜ້າປະທັບໃຈ ສຳລັບໂຄງການລອຍຂ້າມນ້ຳຂອງ ຂອງ ໂຕໂນ່ ພາຄິນ, ນັກສະແດງ-ນັກຮ້ອງຂອງໄທ ໃນໂຄງການ One Man and The River ເພື່ອລະດົມທຶນຊ່ວຍເຫຼືອໂຮງຫມໍ ນະຄອນພະນົມ ແລະ ໂຮງຫມໍ ຢູ່ແຂວງຄຳມ່ວນຂອງ ສປປ ລາວ ທີ່ຂາດເຂີນອຸປະກອນການແພດ.

ການລອຍຂ້າມນ້ຳຂອງຂອງ ໂຕໂນ່ ຊ່ວງເຊົ້າມາຝັ່ງທ່າແຂກ ສປປ ລາວ ໄດ້ເລີ່ມໃນເວລາ 10:09 ໂມງ ວັນທີ 22 ຕຸລາ 2022, ຫຼັງ ໂຕໂນ່ ກາບຂໍພອນສິ່ງສັກສິດ, ຮ່າງກາຍ ໂຕໂນ່ ມີຄວາມຟິດສົມບູນ ລອຍນ້ຳດ້ວຍທ່າຟຣີສະຕາສ, ປະສົມປະສານກັບທ່າກົບ ໃຊ້ເວລາ 2 ຊົ່ວໂມງ ໄລຍະທາງ 6-7 ກິໂລແມັດ ຜ່ານກະແສນ້ຳຂອງທີ່ໄຫຼແຮງ ໂດຍມີເຈົ້າໜ້າທີ່ດູແລຄວາມປອດໄພທາງນ້ຳ ຮ່ວມລອຍນ້ຳ 4 ຄົນ, ມີທີມເຮືອຄາຍັກ 4 ລຳ.

ຈຸດທຳອິດລອຍອອກຈາກ ລານພະຍາສີສັດຕະນາຣາດ ໄປຂຶ້ນຝັ່ງຈຸດທີ 2 ໜ້າວັດກາງ ແຄມຂອງໃນເຂດເທດສະບານເມືອງນະຄອນພະນົມ, ລົງລອຍໄປຈຸດທີ 3 ເພື່ອຮ່ວມຮັບບໍລິຈາກ ຈາກພໍ່ແມ່ປະຊາຊົນທ້າຍເມືອງ ກ່ອນຈະລອຍຂ້າມມາຝັ່ງ ສປປ ລາວ ເພື່ອມຸ້ງໜ້າໄປວັດສີໂຄດຕະບອງ ເມືອງທ່າແຂກ ແຂວງຄຳມ່ວນ ໄລຍະທາງປະມານ 6-7 ກິໂລແມັດ ປະເວລາພຽງແຕ່ 2 ຊົ່ວໂມງ ຖືວ່າໄວເກີນຄາດໝາຍ ເນື່ອງຈາກບໍ່ມີກະແສນ້ຳວົນ ແລະ ບໍ່ມີອຸປະສັກ.

ເມື່ອມາຮອດຝັ່ງ ສປປ ລາວ ກໍມີພໍ່ແມ່ພີ່ນ້ອງປະຊາຊົນຊາວລາວ, ພ້ອມທັງແພດໝໍ ລໍຖ້າໃຫ້ການຕ້ອນຮັບຢ່າງໜ້າແໜ້ນ ແລະ ອົບອຸ່ນ, ມີການບໍລິຈາກ ແລະ ໂຕໂນ່ ໄດ້ຂຶ້ນໄປຮ່ວມພິທີບູຊາບວງສວງພຣະທາດສີໂຄດຕະບອງ ເຊິ່ງເປັນພະທາດຄູ່ບ້ານຄູ່ເມືອງທ່າແຂກ ເບື້ອງຝັ່ງ ສປປ ລາວ

ຈາກນັ້ນໃນເວລາ 15:00 ໂຕໂນ່ ກໍໄດ້ລອຍຂ້າມນໍ້າຂອງກັບໄປຍັງຝັ່ງ ນະຄອນພະນົມ ໂດຍລົງທີ່ທ່າບ້ານນາເມືອງ ເມືອທ່າແຂກ ທີ່ຢູ່ເໜືອຈາກຕົວເມືອງນະຄອນພະນົມ ເພື່ອເລີ່ມລົງລອຍກັບໄປຕາມກະແສນ້ຳ ມາ ຕົວເມືອງນະຄອນພະນົມ ໃນຊ່ວງຕອນແລງ ເພື່ອສະຫຼຸບຍອດບໍລິຈາກ ແລະ ຈົນຈົບກິດຈະກຳ, ໃນຂະນະທີ່ຍອດເງິນບໍລິຈາກ ເພຈ໌ຂ່າວ The Reporters ຫຼ້າສຸດປະມານເວລາ 19​ ໂມງຍອດເງິນບໍລິຈາກ ທະລຸ 57 ລ້ານບາດ ຫຼື ປະມານ 26 ຕື້ກວ່າກີບ ເຊິ່ງຕາມ ໂຕໂນ່ ຄາດຫວັງເງິນບໍລິຈາກ ເບື້ອງຕົ້ນແມ່ນ 6 ລ້ານບາດ ເຊິ່ງເຫັນວ່າຍອດບໍລິຈາກເກີນຄາດ.

ໂຕໂນ່ ພາຄິນ ອາຍຸ 36 ປີ ເຜີຍຄວາມໃນໃຈກ່ອນລົງລອຍນ້ຳວ່າ: ຕົນເອງດີໃຈ ແລະ ມີຄວາມພາກພູມໃຈ, ມີຄວາມສຸກທີ່ໄດ້ຈັດກິດຈະກຳລອຍນໍ້າເພື່ອການກຸສົນ ຊ່ວຍເຫຼືອໂຮງຫມໍນະຄອນພະນົມ ແລະ ໂຮງຫມໍ ຢູ່ແຂວງຄຳມ່ວນ ສປປ ລາວ, ເຮັດໃຫ້ຕົນໄດ້ຮູ້ຈັກຄຳວ່າເສຍສະຫຼະ, ຮູ້ຈັກຄຳວ່າໃຫ້, ຮູ້ຈັກຄວາມຮັກສາມັກຄີລະຫວ່າງປະຊາຊົນຊາວໄທ ແລະ ຊາວລາວ ທີ່ເປັນປະໂຫຍດແກ່ສັງຄົມ, ເປັນການເຮັດແໜ້ນຄວາມຮ່ວມມືໃຫ້ຫຼາຍຂຶ້ນ ແລະ ຂ້ອຍຈະຈົດຈຳວັນນີ້ໄປຕະຫຼອດ ແລະ ຂໍຂອບໃຈທຸກຄົນທີ່ໃຫ້ການສະໜັບສະໜູນ