WIG NAGA-MAZDA! 2 ທີມເຍົາວະຊົນລາວ ພ້ອມລົງແຂ່ງລາຍການແຊັມພົບແຊັມ ທີ່ໄທ ມື້ອື່ນ

86

ຮ່ວມໃຫ້ກໍາລັງໃຈຫຼານນ້ອຍນັກເຕະເຍົາວະຊົນລາວ ເຂົ້າຮ່ວມແຂ່ງຂັນລາຍການໃຫຍ່ທີ່ປະເທດໄທສໍາລັບ WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນ ກັບ MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນ ເຊິ່ງເປັນ 2 ທີມເຍົາວະຊົນຕົວແທນຈາກ ສປປ ລາວ ກຽມເຂົ້າຮ່ວມການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ.

ຫຼ້າສຸດວັນທີ 21 ຕຸລາ 2022 ທັງສອງທີມຈາກ ສປປ ລາວ ໄດ້ລົງຊ້ອມຄັ້ງສຸດທ້າຍກ່ອນລົງແຂ່ງຂັນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ຕຸລາ 2022 ( ແຂ່ງຮອບຄັດເລືອກ ), ສ່ວນວັນທີ 23 ຕຸລາ 2022 ແຂ່ງຮອບຕັດເຊືອກ

ລາຍການດັ່ງກ່າວ ທີມຈາກ ສປປ ລາວ ສົ່ງເຂົ້າຮ່ວມ 2 ທີມຄື: LAOS WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນອາຍຸປະກອບດ້ວຍ 9, 10 ແລະ 11 ປີ, ສ່ວນ LAOS MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນອາຍຸປະກອບມີ ບໍ່ເກີນ 8 ປີ ແລະ 13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີທີມເຂົ້າຮ່ວມ 8 ທີມ ແບ່ງເປັນ 2 ສາຍໆລະ 4 ທີມ ຄັດເອົາທີມຊະນະເຂົ້າຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລໍາດັບ ຫຼ້າສຸດໄດ້ມີການຈັບສະຫຼາກແບ່ງສາຍດັ່ງໃນຮູບລຸ່ມນີ້:

ສໍາລັບ ການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ຈັດຂຶ້ນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ແຂວງຊຽງຣາຍ ປະເທດໄທ ເປັນເຈົ້າພາບ ໂດຍມີການຊີງໄຊເຖິງ 6 ຮຸ່ນນັບແຕ່ 8-13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີ 8 ທີມເຂົ້າຮ່ວມຊີງໄຊ ລວມທັງໝົດມີເຖິງ 48 ທີມ.
ຂ່າວ: Larh Creators; ຮູບຈາກ: WIG NAGA ແລະ MAZDA