ເງິນເຢນອ່ອນຄ່າລົງສູ່ຈຸດຕ່ຳສຸດ ໃນຮອບ 32 ປີ

35

ສຳນັກຂ່າວບລູມເບີກ ລາຍງານວ່າ: ເງິນເຢນອ່ອນຄ່າລົງສູ່ລະດັບ 150,08 ເຢນຕໍ່ 1 ໂດລາສະຫະລັດ ເຊິ່ງເປັນຈຸດຕ່ຳສຸດໃນຮອບ 32 ປີ ເຮັດໃຫ້ນັກລົງທຶນຄາດການວ່າ ລັດຖະບານຍີ່ປຸ່ນ ຈະເຂົ້າແຊກແຊງຄ່າເງິນ ເພື່ອຢຸດຕິສະຖານະການອີກຄັ້ງ ຫຼື ບໍ່?.

May be an image of 1 person and money

ທັງນີ້, ເງິນເຢນອ່ອນຄ່າລົງ ຫຼັງຈາກຜົນຕອບແທນພັນທະບັດສະຫະລັດອາເມຣິກາ ອາຍຸ 10 ປີ ( Treasury Bill ) ເພີ່ມຂຶ້ນສູງສຸດໃນຮອບຫຼາຍປີ ສົ່ງຜົນເຮັດໃຫ້ເກີດຊ່ອງວ່າງຜົນຕອບແທນລະຫວ່າງພັນທະບັດສະຫະລັດ ແລະ ພັນທະບັດລັດຖະບານຍີ່ປຸ່ນ.

May be an image of 3 people and money

ກ່ອນໜ້ານີ້ ທະນາຄານກາງຂອງຍີ່ປຸ່ນ ລະບຸວ່າ: ຫາກອັດຕາແລກປ່ຽນເຄື່ອນໄຫວແຮງ ທະນາຄານກາງກໍຈະເຂົ້າແຊກແຊງແທນການກຳນົດເປົ້າໝາຍອັດຕາແລກປ່ຽນໃນຈຸດໃດຈຸດໜຶ່ງໂດຍສະເພາະ, ແນວໃດກໍຕາມ ເງິນເຢນອ່ອນຄ່າລົງຢ່າງຕໍ່ເນື່ອງ ເຖິງແມ່ນວ່າທະນາຄານກາງຍີ່ປຸ່ນ ( BOJ ) ຈະພະຍາຍາມຮັກສາສະຖຽນລະພາບຄ່າເງິນ ດ້ວຍການເຂົ້າແຊກແຊງ ເມື່ອເດືອນກັນຍາ 2022 ຜ່ານມາກໍຕາມ.