ນາຍົກອັງກິດ ລາອອກຈາກຕຳແໜ່ງ ຫຼັງຖືກກົດດັນຈາກນະໂຍບາຍເສດຖະກິດ

14

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ນາງ ລິສ ທຣັສ ນາຍົກລັດຖະມົນຕີອັງກິດ ໄດ້ຖະແຫຼງລາອອກຈາກຕຳແໜ່ງຫົວໜ້າພັກອະນຸລັກນິຍົມ ແລະ ນາຍົກລັດຖະມົນຕີອັງກິດ ໃນວັນທີ 20 ຕຸລາຜ່ານມາ ແຕ່ຍັງປະຕິບັດໜ້າທີ່ໃນຖານະຮັກສາການ ຫົວໜ້າພັກ ແລະ ນາຍົກລັດຖະມົນຕີອັງກິດ ຈົນກວ່າພັກອະນຸລັກນິຍົມຈະຄັດເລືອກຫາຜູ້ດຳລົງຕຳແໜ່ງແທນໄດ້.

May be an image of 1 person and text that says 'N'

ທັງນີ້, ທ່ານ ນາງ ລິສ ທຣັສ ໄດ້ດຳລົງຕຳແໜ່ງຢ່າງເປັນທາງການ ໃນວັນທີ 6 ກັນຍາຜ່ານມາ ພາຍຫຼັງທີ່ຊະນະການເລືອກຕັ້ງຫົວໜ້າພັກອະນຸລັກນິຍົມ ກາຍເປັນຜູ້ນຳຍິງຄົນທີ 3 ໃນປະຫວັດສາດຂອງສະຫະຣາຊະອານາຈັກ. ແນວໃດກໍຕາມ ທ່ານ ນາງ ລິສ ທຣັສ ດຳລົງຕຳແໜ່ງເປັນຜູ້ນຳອັງກິດໄດ້ພຽງແຕ່ 45 ວັນເທົ່ານັ້ນ ເຊິ່ງເປັນຜູ້ນຳລັດຖະບານ ທີ່ມີວາລະສັ້ນທີ່ສຸດໃນປະຫວັດສາດການເມືອງຂອງສະຫະຣາຊະອານາຈັກ ເນື່ອງຈາກວ່າ ທ່ານ ນາງ ລິສ ທຣັສ ໄດ້ປະກາດແຜນປັບລະບົບເສດຖະກິດຄັ້ງໃຫຍ່ ໂດຍຈະປັບຫຼຸດພາສີຄັ້ງຍິ່ງໃຫຍ່ທີ່ສຸດໃນຮອບ 50 ປີ ໃນວົງເງິນປະມານ 45.000 ລ້ານປອນ

May be an image of 1 person

ແລະ ມາດຕະການຊ່ວຍເຫຼືອພາກຄົວເຮືອນ ຈາກວິກິດພະລັງງານ ເຊິ່ງມີມູນຄ່າສູງເຖິງ 100.000 ລ້ານປອນ ແຕ່ບໍ່ມີຄຳຕອບທີ່ຊັດເຈນວ່າງົບປະມານຈຳນວນດັ່ງກ່າວ ຈະຫາມາຈາກໃສ ເຊິ່ງໄດ້ສ້າງຄວາມປັ່ນປ່ວນໃຫ້ແກ່ຕະຫຼາດ ຈົນເຮັດໃຫ້ເງິນປອນອ່ອນຄ່າລົງເປັນປະຫວັດການ ເນື່ອງຈາກນັກລົງທຶນບໍ່ມີ ຄວາມເຊື່ອໝັ້ນ. ກ່ອນຈະປະກາດຍົກເລີກແຜນປັບເສດຖະກິດທັງໝົດໃນເວລາຕໍ່ມາ ແຕ່ກໍບໍ່ສາມາດຟື້ນຟູຄວາມເຊື່ອໝັ້ນໃຫ້ແກ່ທຸກຝ່າຍໄດ້.