ປະທານປະເທດ ພ້ອມດ້ວຍພັນລະຍາ ຈະຢ້ຽມຢາມ ບຣູໄນ 24-26 ຕຸລານີ້ ເພື່ອເພີ່ມທະວີ, ຮັດແໜ້ນສາຍພົວພັນ

75

ອີງຕາມແຈ້ງການຂອງ ກະຊວງການຕ່າງປະເທດ ວ່າ: ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຈະເດີນທາງຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ໃນວັນທີ 24-26 ຕຸລາ 2022.

ພາບປະກອບ: ພົບປະຢ້ຽມຢາມ ວັນທີ 16 ກຸມພາ 2019

ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.