9 ເດືອນຜ່ານມາ ອັດຕາການເຕີບໂຕ GDP ຂອງ ສປປ ລາວ ບັນລຸໄດ້ 4,2%

90

ໄລຍະ 9 ເດືອນຜ່ານມາ ອັດຕາການເຕີບໂຕ ຂອງຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 4,2%. ໃນນີ້, ກະສິກໍາຂະຫຍາຍຕົວ 2,9%; ອຸດສາຫະກໍາຂະຫຍາຍຕົວ 4,4% ແລະ ການບໍລິການຂະຫຍາຍຕົວ 4,9%.

ຜົນກອງປະຊຸມຄົບຄະນະປະຈໍາປີ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຈັດຂຶ້ນລະຫວ່າງວັນທີ 13-20 ຕຸລາ 2022 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 20 ຕຸລາ 2022 ຜ່ານມາ. ບັນດາສະຫາຍກຳມະການສູນກາງພັກ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ ຄົ້ນຄວ້າ, ວິໄຈ ຢ່າງກົງໄປກົງມາ, ເລິກເຊິ່ງ ຕໍ່ບັນດາເນື້ອໃນທີ່ໄດ້ຍົກຂຶ້ນມາສົນທະນາປຶກສາຫາລືໃນກອງປະຊຸມ ແລະ ໄດ້ຕົກລົງເປັນເອກະພາບກັນໃນລະດັບສູງ.

ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ກອງປະຊຸມສູນກາງຕີລາຄາວ່າ: ເສດຖະກິດມະຫາພາກ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໄລຍະ 9 ເດືອນຜ່ານມາອັດຕາການເຕີບໂຕ ຂອງຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 4,2%, ໃນນີ້ກະສິກໍາຂະຫຍາຍຕົວ 2,9% ກວມເອົາ 17,5% ຂອງ GDP, ອຸດສາຫະກໍາຂະຫຍາຍຕົວ 4,4% ກວມເອົາ 34,1% ຂອງ GDP ແລະ ການບໍລິການຂະຫຍາຍຕົວ 4,9% ກວມເອົາ 37,1% ຂອງ GDP; GDP ຕໍ່ຫົວຄົນບັນລຸໄດ້ 1.841 ໂດລາ,ການຈັດເກັບລາຍຮັບງົບປະມານບັນລຸໄດ້ 24.240 ຕື້ກີບ ເທົ່າກັບ 76,72% ຂອງແຜນການ, ພ້ອມກັນນັ້ນກໍສືບຕໍ່ປະຕິບັດລາຍຈ່າຍຢ່າງຮັດກຸມຕາມທິດປະຢັດ ເຊິ່ງປະຕິບັດແຜນລາຍຈ່າຍງົບປະມານໄດ້ 21.096 ຕື້ກີບ ເທົ່າກັບ 60,81% ຂອງແຜນການປີ.

ພ້ອມນີ້, ກອງປະຊຸມສູນກາງໄດ້ໃຫ້ທິດຊີ້ນຳລັດຖະບານ ໃນການສືບຕໍ່ຊີ້ນຳ, ຈັດຕັ້ງປະຕິບັດຄາດໝາຍຕ່າງໆ ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາໃນໄລຍະໄຕມາດສຸດທ້າຍຂອງປີ 2022 ໃຫ້ບັນລຸຕາມແຜນທີ່ວາງໄວ້ ໂດຍເດັດດ່ຽວຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ເຊິ່ງບັນດາເປົ້າໝາຍ ແລະ ທິດທາງລະອຽດທີ່ໄດ້ເປັນເອກະພາບກັນຮັບຮອງໜຶ່ງໃນນັ້ນແມ່ນ: ເລັ່ງແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ, ຮັບປະກັນບໍ່ໃຫ້ເກີດມີສະພາບຂາດແຄນນ້ຳມັນເຊື້ອໄຟ, ຄວບຄຸມລາຄາສິນຄ້າ, ຄຸ້ມຄອງເງິນຕາຕ່າງປະເທດ ແລະ ຄຸ້ມຄອງອັດຕາແລກປ່ຽນດ້ວຍບັນດາມາດຕະການທີ່ເຂັ້ມງວດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ວາງອອກ. ພ້ອມນັ້ນ ມອບໃຫ້ລັດຖະບານ ຄົ້ນຄວ້າ, ປັບປຸງ ຄວາມເຂັ້ມງານ ຂອງຄະນະສະເພາະກິດ 36/ນຍ ໃຫ້ລົງເລິກຮັບຜິດຊອບ ຕ້ານໄພເງິນເຟີ້ ແລະ ສືບຕໍ່ໝູນໃຊ້ບົດຮຽນຂອງປະເທດເພື່ອນມິດ ໃນການແກ້ໄຂບັນຫາດັ່ງກ່າວ;

ເລັ່ງຂຸດຄົ້ນແຫລ່ງລາຍຮັບຈາກການສົ່ງອອກ, ດຶງເອົາການຊຳລະສະສາງເຂົ້າຜ່ານລະບົບທະນາຄານ ໃຫ້ໄດ້ຫລາຍຂຶ້ນ; ເລັ່ງຟື້ນຟູຜົນກະທົບຈາກໄພພິບັດທໍາມະຊາດ ເພື່ອກະຕຸ້ນການຜະລິດ, ການດຳລົງຊີວິດຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ; ກວດຄືນການສະໜອງໄຟຟ້າໃຫ້ໂຄງການລົງທຶນຂະໜາດໃຫຍ່ ເພື່ອຍູ້ແຮງການຜະລິດໃຫ້ແຂງແຮງ; ລົງມືປະຕິຮູບລັດວິສາຫະກິດໄຟຟ້າລາວ, ເຊິ່ງກອງປະຊຸມກົມການເມືອງ ໄດ້ຕົກລົງແລ້ວໃຫ້ຄືບໜ້າໂດຍໄວ; ຍູ້ແຮງການຜະລິດສິນຄ້າພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ເພື່ອການສົ່ງອອກ ໃຫ້ແຂງແຮງກວ່າເກົ່າ, ເຊິ່ງລັດຖະບານ ໄດ້ຈັດສັນງົບປະມານຈຳນວນໜຶ່ງສະເພາະແລ້ວ ແລະ ໃຫ້ຖືເປັນວຽກງານບຸລິມະສິດໜຶ່ງ ຂອງຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດ ໃຫ້ເປັນຈິງໂດຍໄວ; ສືບຕໍ່ສົ່ງເສີມການສ້າງວຽກເຮັດງານທຳໃຫ້ຄົນລາວ, ຄຸ້ມຄອງເຂັ້ມງວດແຮງງານຕ່າງປະເທດຢູ່ລາວ; ເລັ່ງລັດກວດກາບັນດາເຂດເສດຖະກິດພິເສດທີ່ມີບັນຫາຫລໍ່ແຫລມ ໃຫ້ເຂົ້າສູ່ລະບຽບຢ່າງເຄັ່ງຄັດ, ບໍ່ປະປ່ອຍໃຫ້ມີການລະເມີດລະບຽບກົດໝາຍ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ກ່າວວ່າ: ໃນຕໍ່ໜ້ານີ້ ສະພາບການພາກພື້ນ ແລະ ສາກົນ ຍັງຈະສືບຕໍ່ຜັນແປໄປຢ່າງສັບສົນ, ສູນກາງພັກພວກເຮົາ ຕ້ອງໄດ້ເພີ່ມທະວີການຊີ້ນໍາເພື່ອກຽມພ້ອມຮັບມືກັບສະຖານະການຕ່າງໆທີ່ຈະກີດຂຶ້ນຢ່າງມີໄຫວພິບ ແລະ ເປັນເຈົ້າການ; ພວກເຮົາ ຕ້ອງສ້າງການຫັນປ່ຽນທີ່ແຂງແຮງອີ່ຫລີ, ອັນສໍາຄັນທີ່ສຸດຄື ຕ້ອງເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຍົກສູງມານະຈິດປະຕິວັດ, ຄວາມເສຍສະລະ ແລະ ຄວາມເປັນແບບຢ່າງນໍາໜ້າ ໃນການຊີ້ນໍາແກ້ໄຂບັນຫາ, ເຮັດແທ້ທໍາຈິງ, ປັບປຸງແບບແຜນວິທີການເຮັດວຽກທີ່ເປັນລະບົບ ແລະ ຕໍ່ເນື່ອງ, ເພີ່ມທະວີການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຫຍໍ້ທໍ້ ພາຍໃນກົງຈັກ, ເອົາໃຈໃສ່ວຽກງານການປຸກລະດົມຂະບວນການໃຫ້ແຂງແຮງ, ຕໍ່ເນື່ອງ ໂດຍຖືເອົາຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດ ເປັນທີ່ຕັ້ງ, ສ້າງເງື່ອນ ໄຂໃຫ້ປະຊາຊົນຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງພະນັກງານພັກ-ລັດ ຂັ້ນຕ່າງໆ, ພ້ອມນັ້ນ ກໍຕ້ອງແກ້ບັນຫາຕົວຈິງ ຊ່ວຍປະຊາຊົນໃຫ້ໄດ້ ຈຶ່ງຈະຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າ ຂອງສູນກາງພັກເຮົາໃນການນຳພາຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ປະກົດເປັນຈິງ.