ດີນ້າ ພຸດສະຫວັນ ໃນຮອບຊຸດປະຈໍາຊາດລາວ “ມາເຢີ້ຂວັນເອີ້ຍ” ຕ້ອງເຮັດວຽກໜັກ ທຸກຢ່າງປະກອບເອງ

158

ຜ່ານໄປຢ່າງປະທັບໃຈ ສໍາລັຄໍ່າຄືນນີ້ 20 ຕຸລາ 2022 ໃນການປະກວດຮອບຊຸດປະຈຳຊາດຂອງ ພຸດສະຫວັນ ວົງຄຳຊາວ Miss grand Laos 2022 ທີ່ໄດ້ເຜີຍແຜ່ວັດທະນະທຳ ຄວາມເປັນລາວ ໃຫ້ຊາວຕ່າງຊາດໄດ້ຮັບຮູ້ໂດຍຜ່ານການສວມໃສ່ຊຸດ “ມາເຢີ້ຂວັນເອີຍ”

ເຊິ່ງເປັນຊຸດສະທ້ອນໃຫ່ເຫັນເຖິງພິທີບາສີສູ່ຂວັນ ເປັນຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ເຊິ່ງອອກແບບໂດຍຄົນລາວ ເທິງເວທີລະດັບໂລກ Miss Grand International 2022

.

ເຊິ່ງດີນ້າ ພີເຊັນອອກມາໄດ້ດີ ແລະ ຕອນສໍາພາດຫຼັງຈົບການຍ່າງໂຊ ກໍຕອບໄດ້ດີ ໜ້າຮັກສຸດໆ ແບບສະດຸດ ຄືຕອນທ້າຍ ດີນ້າ ເວົ້າເປັນພາສາລາວ ບອກວ່າ ທຸກຢ່າງໃນມື້ນີ້ ປະກອບເອງ ພີ່ນ້ອງເອີ້ຍ…. “ມາເຢີ້ຂວັນເອີ້ຍ” ຊຸດປະຈໍາຊາດລາວ ຂອບໃຈທຸກຄົນທີ່ເຊຍ ແລະ ໃຫ້ກໍາລັງໃຈ

ຊົມຄຣິບ