ໄພແລ້ງເປັນເຫດ ຍອດສົ່ງອອກກາເຟຂອງອູກັນດາ ຫຼຸດລົງ 14%

71

ສຳນັກຂ່າວຣອຍເຕີລາຍງານໃນວັນທີ 19 ຕຸລາ 2022 ວ່າ: ຍອດສົ່ງອອກກາເຟຂອງອູກັນດາ ໃນເດືອນສິງຫາ 2022 ຫຼຸດລົງ ເນື່ອງຈາກໄພແຫ້ງແລ້ງ ສົ່ງຜົນກະທົບຕໍ່ຜົນຜະລິດຂອງຊາວກະສິກອນ.

No photo description available.

ໜ່ວຍງານພັດທະນາກາເຟຂອງອູກັນດາ ( UCDA ) ເປີດເຜີຍວ່າ: ການສົ່ງອອກເມັດກາເຟ ( ເປັນຖົງ ຖົງລະ 60 ກິໂລ ) ໃນເດືອນສິງຫາ 2022 ຢູ່ທີ່ 503.695 ຖົງ ຫຼຸດລົງ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເນື່ອງຈາກການເກັບກູ້ຜົນຜະລິດຂອງຊາວສວນຜູ້ປູກກາເຟຫຼຸດລົງ ເພາະໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ.

May be an image of food and coffee cup

ທັງນີ້, ອູກັນດາ ເປັນປະເທດທີ່ສົ່ງອອກກາເຟລາຍໃຫຍ່ທີ່ສຸດຂອງທະວີບອາຟຣິກກາ ເຊິ່ງປະເທດດັ່ງກ່າວນີ້ ໄດ້ເພິ່ງພາການສົ່ງອອກຜົນຜະລິດກະສິກຳເປັນຫຼັກ ທີ່ເປັນແຫຼ່ງລາຍຮັບເງິນຕາຕ່າງປະເທດ, ຂະນະນທີ່ ເອທີໂອປີ ເປັນປະເທດທີ່ສົ່ງອອກກາເຟລາຍໃຫຍ່ອັນດັບສອງຂອງທະວີບອາຟຣິກກາ.