ເດືອນກັນຍາ ອິນໂດເນເຊຍ ເກີນດຸນການຄ້າເກືອບ 5 ຕື້ໂດລາ

86

ສຳນັກຂ່າວຊິນຫົວ ລາຍງານວ່າ: ສຳນັກງານສະຖິຕິຂອງ ອິນໂດເນເຊຍ ( BPS ) ເປີດເຜີຍວ່າ ຍອດເກີນດຸນການຄ້າຂອງ ອິນໂດເນເຊຍ ບັນລຸ 4,99 ຕື້ໂດລາສະຫະລັດ ໃນເດືອນກັນຍາ 2022 ໂດຍມີມູນຄ່າການສົ່ງອອກ 24,8 ຕື້ໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ 19,8 ຕື້ໂດລາສະຫະລັດ ໂດຍສິນຄ້າບໍລິໂພກ ທີ່ບໍ່ແມ່ນນໍ້າມັນເຊື້ອໄຟ ແລະ ແກ໊ສເປັນແຮງຍູ້ສຳຄັນໃນການສະໜັບສະໜູນຍອດເກີນດຸນການຄ້າຫຼາຍທີ່ສຸດ ໂດຍສະເພາະນ້ຳມັນເຊື້ອໄຟ, ຖ່ານຫີນ ແລະ ນໍ້າມັນປາມສົດ.

May be an image of 2 people

ການເກີນດຸນການຄ້າ ເບື້ອງຕົ້ນເນື່ອງຈາກນະໂຍບາຍຕ່າງໆຂອງລັດຖະບານ ມີຄວາມເຂັ້ມແຂງຂຶ້ນ ລວມທັງການຂະຫຍາຍໄລຍະເວລາການເກັບພາສີສົ່ງອອກນໍ້າມັນປາມສົດເປັນສູນ ພ້ອມທັງລະບຸວ່າການສົ່ງອອກສິນຄ້າອຸດສາຫະກຳ ເຊັ່ນ: ຍານພາຫະນະ ແລະ ເຄື່ອງອາໄຫຼ່ ເພີ່ມຂຶ້ນ ໃນເດືອນກັນຍາເຊັ່ນກັນ.

May be an image of nature