ເງິນໂດລາແຂງຄ່າ ສົ່ງຜົນກະທົບໄປທົ່ວໂລກ

47

ສຳນັກຂ່າວ AP ໄດ້ສັງລວມຄວາມເດືອດຮ້ອນໃນການດຳລົງຊີວິດຂອງຜູ້ຄົນຫຼາຍປະເທດ ທີ່ໄດ້ຮັບຜົນກະທົບຈາກເງິນໂດລາສະຫະລັດແຂງຄ່າ ເຮັດໃຫ້ຄ່າຂອງເງິນສະກຸນອື່ນໆທົ່ວໂລກອ່ອນຄ່າລົງ ສົ່ງຜົນໃຫ້ລາຄາສິນຄ້າ ແລະ ບໍລິການເພີ່ມສູງຂຶ້ນ.

ສຳນັກຂ່າວ ເອພີ ໄດ້ສຳພາດ ທ່ານ ມຸສຕາຟາ ກາມາລ ທີ່ເຮັດວຽກເປັນ ລປພ ໃນນະຄອນຫຼວງໄຄໂຣ ປະເທດເອຢິບ ເຊິ່ງລາວຕ້ອງໄດ້ສົ່ງພັນລະຍາ ແລະ ລູກນ້ອຍກັບໄປຢູ່ກັບພໍ່ແມ່ຢູ່ຕ່າງແຂວງ ເພື່ອປະຢັດຄ່າໃຊ້ຈ່າຍ, ໃນຂະນະທີ່ ມຸສເຕຟາ ຕ້ອງເຮັດວຽກ 2 ບ່ອນ, ພ້ອມທັງປະຢັດມັດທະຍັດໃຊ້ຈ່າຍສະເພາະສິ່ງທີ່ຈຳເປັນເທົ່ານັ້ນ ເພາະລາຄາສິນຄ້າທຸກຢ່າງເພີ່ມຂຶ້ນເຖິງ 2 ເທົ່າ. ເຊັ່ນດຽວກັນກັບປະເທດອື່ນໆທົ່ວໂລກ ທີ່ຕ້ອງປະເຊີນກັບຄ່າຄອງຊີບສູງຂຶ້ນ ສ້າງແຮງກົດດັນທາງການເງິນເພີ່ມຂຶ້ນ ຈາກເດີມທີ່ຖືກບີບຮັດດ້ວຍລາຄາອາຫານ ແລະ ພະລັງງານຢູ່ແລ້ວ.

May be an image of 1 person and outdoors

ທ່ານ ເອສວາ ປຣາສາດ ອາຈານປະຈຳພາກວິຊານະໂຍບາຍການຄ້າ ມະຫາວິທະຍາໄລ ຄໍເນລ ( Cornell University ) ກ່າວວ່າ: ການແຂງຄ່າຂອງເງິນໂດລາສະຫະລັດ ເຮັດໃຫ້ຫຼາຍປະເທດພົບຄວາມຫຍຸ້ງຍາກຢູ່ແລ້ວ ຍິ່ງທະວີຄູນຂຶ້ນຫຼາຍເທົ່າ ເຊິ່ງສອດຄ່ອງກັບນັກເສດຖະສາດທີ່ມີຄວາມກັງວົນວ່າ ການແຂງຄ່າຂອງເງິນໂດລາ ຈະເປັນການຊ້ຳຕື່ມໃຫ້ເສດຖະກິດໂລກທົດຖອຍໃນໄຕມາດທຳອິດຂອງປີໜ້າ.

ທັງນີ້, ເງິນໂດລາສະຫະລັດແຂງຄ່າຂຶ້ນ 18% ໃນເດືອນກັນຍາຜ່ານມາ ເມື່ອທຽບກັບສະກຸນເງິນອື່ນໆ, ເຫດຜົນຫຼັກຂອງການແຂງຄ່າຂອງເງິນໂດລາສະຫະລັດ ບໍ່ໄດ້ສະຫຼັບສັບຊ້ອນຫຍັງ ແຕ່ມາຈາກການປັບຂຶ້ນອັດຕາດອກເບ້ຍນະໂຍບາຍຂອງທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ເພື່ອຄວບຄຸມເງິນເຟີ້, ຫຼັງຈາກອັດຕາເງິນເຟີ້ໃນສະຫະລັດເພີ່ມຂຶ້ນ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແຕ່ການປັບຂຶ້ນອັດຕາດອກເບ້ຍນັ້ນ ໄດ້ສົ່ງຜົນໃຫ້ສະກຸນເງິນອື່ນໆທົ່ວໂລກອ່ອນຄ່າລົງ.

May be an image of one or more people, people standing, people walking and outdoors

ການແຂງຄ່າຂອງເງິນໂດລາສະຫະລັດ ຍັງເຮັດໃຫ້ບັນດາປະເທດຕ້ອງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເນື່ອງຈາກວ່າມູນຄ່າການນຳເຂົ້າສູງຂຶ້ນ, ສ້າງແຮງກົດດັນໃຫ້ລາຄາສິນຄ້າ ແລະ ບໍລິການຢູ່ພາຍໃນປະເທດເພີ່ມຂຶ້ນ, ໃນຂະນະດຽວກັນກໍເຮັດໃຫ້ບໍລິສັດ ຫຼື ລູກຄ້າ ຫຼື ລັດຖະບານມີ ຄວາມເດືອດຮ້ອນ ເພາະຕ້ອງໃຊ້ສະກຸນເງິນພາຍໃນປະເທດຈຳນວນຫຼາຍ ເພື່ອແລກກັບເງິນໂດລາ ຊຳລະໜີ້ຄືນ, ໃນຂະນະທີ່ທະນາຄານກາງຫຼາຍປະເທດ ຈຳເປັນຕ້ອງປັບຂຶ້ນອັດຕາດອກເບ້ຍ ເພື່ອສະກັດກະແສເງິນໄຫຼອອກ ແຕ່ການປັບຂຶ້ນອັດຕາດອກເບ້ຍຊ້ຳຜັດສົ່ງຜົນກະທົບທາງລົບຕໍ່ການເຕີບໂຕເສດຖະກິດ ແລະ ຈະເຮັດໃຫ້ອັດຕາການວ່າງງານເພີ່ມຂຶ້ນ.