ທະນາຄານແຫ່ງ ສປປ ລາວ ອອກຂໍ້ຕົກລົງ ບໍ່ອະນຸຍາດໃຫ້ຮ້ານແລກປ່ຽນເງິນຕາຕົວແທນຂາຍເງິນຕາຕ່າງປະເທດ

455

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງໃໝ່ ວ່າດ້ວຍການກໍານົດອັດຕາແລກປ່ຽນ ເພື່ອກໍານົດລະບຽບການໃຫ້ສອດຄ່ອງກັບກົນໄກຕະຫຼາດ, ຮັກສາສະຖຽນລະພາບເງິນຕາ. ພ້ອມນີ້, ຮ້ານແລກປ່ຽນເງິນຕາຕົວແທນ ບໍ່ໄດ້ຮັບອະນຸຍາດໃຫ້ຂາຍເງິນຕາຕ່າງປະເທດ.

ວັນທີ 11 ຕຸລາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການກຳນົດອັດຕາແລກປ່ຽນ ສະບັບເລກທີ 779/ທຫລ, ລົງວັນທີ 11 ຕຸລາ 2022. ມາດຕາ 1: ຈຸດປະສົງ ເພື່ອກຳນົດລະບຽບການກ່ຽວກັບການກໍານົດອັດຕາແລກປ່ຽນຂອງທະນາຄານແຫ່ງ ສປປ ລາວ, ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ໃຫ້ສອດຄ່ອງກັບກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ສ້າງເງື່ອນໄຂໃຫ້ລະບົບທະນາຄານສາມາດເຄື່ອນໄຫວບໍລິການແລກປ່ຽນເງິນຕາໄດ້ຢ່າງຄ່ອງຕົວ ເພື່ອປະກອບສ່ວນເຂົ້າໃນການຮັກສາສະເຖຍລະພາບເງິນຕາ.

ມາດຕາ 2: ການກໍານົດອັດຕາແລກປ່ຽນຂອງທະນາຄານແຫ່ງ ສປປ ລາວ: ກົມນະໂຍບາຍເງິນຕາກຳນົດອັດຕາແລກປ່ຽນອ້າງອີງ ລະຫວ່າງເງິນກີບກັບເງິນໂດລາສະຫະລັດ ປະຈຳວັນ ແລະ ແຈ້ງອັດຕາແລກປ່ຽນອ້າງອີງກ່າວ ຜ່ານເວັບໄຊທ໌ຂອງທະນາຄານແຫ່ງ ສປປ ລາວ ພາຍໃນເວລາ 8:10 ໂມງເຊົ້າຂອງທຸກໆວັນລັດຖະການ ເພື່ອໃຫ້ບັນດາທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ນຳໃຊ້ເປັນປາອີງໃນການກໍານົດອັດຕາແລກປ່ຽນຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້.
ອີງໃສ່ອັດຕາແລກປ່ຽນອ້າງອີງທີ່ກົມນະໂຍບາຍເງິນຕາກໍານົດອອກ, ກົມບໍລິການທະນາຄານກຳນົດອັດຕາແລກປ່ຽນສໍາລັບການຊື້ ແລະ ຂາຍເງິນກີບ ກັບ ເງິນໂດລາສະຫະລັດ ແລະ ເງິນຕາຕ່າງປະເທດສະກຸນອື່ນໆ ພ້ອມທັງແຈ້ງອັດຕາແລກປ່ຽນຊື້-ຂາຍຕົງກ່າວຂອງຕົນ ຜ່ານເວັບໄຊຂອງທະນາຄານແຫ່ງ ສປປ ລາວ ພາຍໃນເວລາ 8:30 ໂມງເຊົ້າຂອງທຸກວັນລັດຖະການ.
ສໍາລັບກໍານົດອັດຕາແລກປ່ຽນໃນວັນພັກລັດຖະການ ແມ່ນໃຫ້ຖືເອົາອັດຕາແລກປ່ຽນອ້າງອີງຂອງທະນາຄານແຫ່ງ ສປປ ລາວ ທີ່ໄດ້ກໍານົດອອກຫຼ້າສຸດ ກ່ອນວັນພັກລັດຖະການເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

ມາດຕາ 3: ການກໍານົດອັດຕາແລກປ່ຽນຂອງທະນາຄານທຸລະກິດ: ທະນາຄານທຸລະກິດເປັນເຈົ້າການກໍານົດອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນຕາຕ່າງປະເທດສະກຸນຕ່າງໆດ້ວຍຕົນເອງໃນແຕ່ລະວັນຕາມຫຼັກການດັ່ງນີ້:
1. ກໍານົດອັດຕາແລກປ່ຽນສໍາລັບການຊື້ ຫຼື ຂາຍເງິນກີບກັບເງິນໂດລາສະຫະລັດ ໄດ້ໃນຂອບເຂດບໍ່ເກີນ ±4,50% ທຽບໃສ່ອັດຕາແລກປ່ຽນອ້າງອີງທີ່ກົມນະໂຍບາຍເງິນຕາປະກາດອອກໃນແຕ່ລະວັນ ແລະ ສ່ວນຕ່າງລະຫວ່າງອັດຕາຊື້-ຂາຍ ບໍ່ເກີນ 1%;
2. ກໍານົດໃຫ້ສ່ວນຕ່າງລະຫວ່າງອັດຕາຊື້ ແລະ ອັດຕາຂາຍ ບໍ່ເກີນ 1% ສໍາລັບການແລກປ່ຽນເງິນກີບກັບເງິນບາດ, ເງິນຢວນ ແລະ ເງິນເອີໂຣ.

ມາດຕາ 4: ການກຳນົດອັດຕາແລກປ່ຽນຂອງຮ້ານແລກປ່ຽນເງິນຕາຕົວແທນ: ຮ້ານແລກປ່ຽນເງິນຕາຕົວແທນຕ້ອງກຳນົດອັດຕາຊື້ເງິນໂດລາຂອງຕົນ ພາຍໃນຂອບ ±3% ທຽບກັບອັດຕາແລກປ່ຽນອ້າງອີງຂອງທະນາຄານແຫ່ງ ສປປ ລາວ; ກຳນົດອັດຕາຊື້ເງິນຕາຕ່າງປະເທດສະກຸນ ອື່ນໆ ບໍ່ເກີນຂອບອັດຕາແລກປ່ຽນຂອງທະນາຄານທຸລະກິດທີ່ຕົນຂຶ້ນກັບ ແລະ ສອດຄ່ອງກັບລະບຽບການອື່ນໆຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດທີ່ຕົນຂຶ້ນກັບ. ຮ້ານແລກປ່ຽນເງິນຕາຕົວແທນບໍ່ໄດ້ຮັບອະນຸຍາດໃຫ້ຂາຍເງິນຕາຕ່າງປະເທດ.

ມາດຕາ 5: ການແຈ້ງອັດຕາແລກປ່ຽນໃຫ້ແກ່ມວນຊົນ ແລະ ລາຍງານໃຫ້ທະນາຄານແຫ່ງ ສປປ ລາວ: ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ຕ້ອງແຈ້ງອັດຕາແລກປ່ຽນສໍາລັບໃຫ້ບໍລິການລູກຄ້າເປັນແຕ່ລະໄລຍະໃນລະຫວ່າງວັນທີ່ໃຫ້ບໍລິການຢູ່ສະຖານທີ່ບໍລິການ, ເວັບໄຊ ແລະ ຜ່ານຊ່ອງທາງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານອື່ນໆຂອງຕົນຢ່າງຊັດເຈນ ແລະ ຖືກຕ້ອງຕາມການຈັດຕັ້ງປະຕິບັດຕົວຈິງ.

ບັນດາທະນຄານທຸລະກິດມີໜ້າທີ່ລາຍງານສະພາບການເຄື່ອນໄຫວແລກປ່ຽນເງິນຕາຂອງຕົນ ແລະ ຮ້ານແລກປ່ຽນເງິນຕາຕົວແທນທີ່ຂຶ້ນກັບຕົນ ເປັນປະຈໍາວັນ ໃຫ້ແກ່ທະນາຄານແຫ່ງ ສປປ ລາວ ພາຍໃນເວລາ 16:00 ໂມງຂອງທຸກໆວັນລັດຖະການຢ່າງຄົບຖ້ວນ ແລະ ຖືກຕ້ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ. ຂໍ້ມູນສໍາລັບການລາຍງານປະກອບມີ ອັດຕາແລກປ່ຽນ, ມູນຄ່າການຊື້-ຂາຍເງິນຕາສໍາລັບແຕ່ລະຄູ່ສະກຸນເງິນ, ມູນຄ່າການຊື້-ຂາຍລວມຂອງແຕ່ລະສະກຸນເງິນ ແລະ ຂໍ້ມູນອື່ນໆຕາມທີ່ທະນາຄານແຫ່ງ ສປປ ລາວໄດ້ກໍານົດໃນແບບເອກະສານລາຍງານທຸລະກໍາແລກປ່ຽນເງິນຕາແຕ່ລະໄລຍະ.