ກຳນົດເອົາວັນທີ 4-8 ພະຈິກນີ້ ຈັດງານບຸນພຣະທາດຫຼວງວຽງຈັນ ໂດຍຈັດຍິ່ງໃຫຍ່ ມີຫຼາຍກິດຈະກໍາ

124

ວັນທີ 19 ຕຸລາ 2022 ຄະນະຮັບຜິດຊອບຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2022 ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມງານບຸນປະເພນີດັ່ງກ່າວທີ່ເດີນພຣະທາດຫຼວງວຽງຈັນ ໂດຍການຖະແຫຼງຂອງທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ (ນວ) ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ແລະ ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ມີ ຫົວໜ້າ, ຮອງຫົວໜ້າພະແນກ ຂະແໜງກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ທ່ານ ຖະໜອມ ທໍາທອງ ກ່າວວ່າ: ການຈັດງານຄັ້ງນີ້ມີຈຸດປະສົງເພື່ອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງບຸນນະມັດສະການພຣະທາດຫຼວງຂອງຊາວລາວກໍຄືຊາວ ນວ ທີ່ເຄີຍສືບທອດກັນມາແຕ່ບູຮານນະການໃຫ້ມີຄວາມໂດດເດັ່ນ ແລະ ເປັນທີ່ຮັບຮູ້ໃນເວທີສາກົນ ພ້ອມນັ້ນເພື່ອເປັນການສ້າງໂອກາດໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກໍຄືການຟື້ນຟູເສດຖະກິດ ດ້ວຍຮູບການຊຸກຍູ້ສົ່ງເສີ່ມການທ່ອງທ່ຽວ ສົ່ງເສີ່ມການຄ້າ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າໂອດ໋ອບ ທີ່ໄດ້ກາໝາຍແຫ່ງຊາດ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ມາວາງສະແດງ ຈຳໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃຫ້ປະຊາຊົນຊາວ ນວ ຕະຫຼອດຮອດແຂກຕ່າງປະເທດໄດ້ເຫັນ ແລະ ໄດ້ຊົມໃຊ້ສິນຄ້າ

ພ້ອມທັງເປັນການແລກປ່ຽນບົດຮຽນ ປະສົບການຕ່າງໆຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ ເຊິ່ງມີຄາດໝາຍເພື່ອຮັບປະກັນຄວາມສະຫງົບ ຄວາມປອດໄພທາງດ້ານການປ້ອງກັນ ການລະບາດຂອງພະຍາດໂຄວິດ-19 ຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາໃນຂອບເຂດການຈັດງານ ແລະ ບໍລິເວນໃກ້ຄຽງ ດຳເນີນບັນດາກິດຈະກຳໃນງານບຸນໃຫ້ຖືກຕ້ອງສອດຄ່ອງທາງດ້ານວັດທະນະທຳ ຮີດຄອງປະເພນີ ແລະ ມີບັນຍາກາດເບີກບານມ່ວນຊື່ນ ເປັນຜູ້ດຶງດູດໃຈຂອງຜູ້ນມາທ່ຽວຊົມ ສ້າງໂອກາດໃຫ້ບັນດາຜູ້ປະກອບການ ທຸລະກິດຈຳໜ່າຍສິນຄ້າ ໄດ້ມີໂອກາດນຳເອົາສິນຄ້າ ແລະ ຜະລິດຕະພັນທີ່ຄ້າງຈຳໜ່າຍໃນຊ່ວງການລະບາດພະຍາດໂຄວິດ-19 ອອກມາຈຳໜ່າຍໃຫ້ພໍ່ແມ່ປະຊາຊົນທີ່ເດີນທາງມາຮ່ວມງານບຸນ ໄດ້ມີໂອກາດເຂົ້າເຖິງໃນລາຄາທີ່ເໝາະສົມສາມາດຊື້ໄດ້ ແລະ ເຮັດໃຫ້ມີເງິນໝູນວຽນໃນການວາງສະແດງ ແລະ ຂາຍສິນຄ້າໃນໂອກາດງານບຸນນະມັດສະການພຣະທາດຫຼວງພາຍຫຼັງທີ່ບໍ່ໄດ້ຈັດງານບຸນໃຫຍ່ດັ່ງກ່າວມາເປັນເວລາ 2 ປີ.

ຈັດງານບຸນນະມັດສະການພຣະທາດຫຼວງປີນີ້ໄດ້ກຳນົດ 5 ວັນ ເລີ່ມແຕ່ວັນທີ 4-8 ພະຈິກ 2022 ລາຍລະອຽດມີຄື:ວັນທີ 4 ພະຈິກ ເວລາ 16:30 ໂມງ ເປັນມື້ເລີ່ມງານບຸນປະເພນີ ວັນທີ 6 ພະຈິກ ເວລາ 16:00 ໂມງ ພິທີສູດປະລິຕະມຸງຄຸນທີ່ພຣະທາດຫຼວງ ວັນທີ 7 ພະຈິກ ເວລາ 13:30 ໂມງ ພິທີແຫ່ຜາສາດເຜິ້ງ ວັນທີ 8 ພະຈິກ ເວລາ 7:00 ໂມງ ພິທີໃສ່ບາດຖວາຍສັງກະທານ ເວລາ 13:00 ໂມງ ພິທີແຫ່ລູກຄີ ແລະ ການແຂ່ງຈັນກີລາພື້ນບ້ານຕີຄີ ເວລາ 19:00 ໂມງ ພິທີວຽນທຽນ ແລະ ຈູດທູບທຽນບັ້ງໄຟສັກກະລະບູຊາອົງພຣະທາດ.

ກິດຈະກຳຄົບງັນຢູ່ເດີ່ນທາດຫຼວງ ແລະ ເດີ່ນສະໜາມຫຼວງປະກອບມີ: ການວາງສະແດງການທ່ອງທ່ຽວ ນະວັດຕະກຳໃໝ່ ທາງລົດໄຟຄວາມໄວສູງ ເຂດໂລຈິດສະຕິກ ທາງດ່ວນ ຮ້ານວາງສະແດງສິນຄ້າ ຈາກ ສສ ຫວຽດນາມ (ຮ່າໂນ້ຍ ໂຮ່ຈີ່ມິນ ຢ່າຈາງ) ສິນຄ້າໂອດ໋ອບ ສິນຄ້າຄອບຄົວຕົວແບບ ສິນຄ້າຜະລິດຕະພັນພາຍໃນ ແລະ ວາງສະແດງສິນຄ້າ ປະເທດທ່ອງທ່ຽວຄາດຄະເນລວມ 215 ຫ້ອງ ສິນຄ້າປະເພດ: ບໍລິສັດຂາເຂົ້າ-ຂາອອກ ເສື້ອຜ້າ ສິນຄ້າທົ່ວໄປ ແລະ ເຄື່ອງຫຼິ້ນຈຳນວນ 669 ຫ້ອງ ປະເພດອາຫານ ແລະ ເຄື່ອງດື່ມ ເຂົ້າຫຼາມ ປີ້ງໄກ່ ຢູ່ເຂດຮອບນອກ 134 ຫ້ອງ ລວມທັງໝົດມີປະມານ 1.018 ຫ້ອງ.