ໄມໂຄຣຊ໊ອຟ ກຽມປົດພະນັກງານເພື່ອຮັບມືກັບເສດຖະກິດຂາລົງ

20

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ຕຸລາ 2022 ວ່າ: ບໍລິສັດໄມໂຄຣ ຊ໊ອຟ ເດີນໜ້າປົດພະນັກງານອອກຈາກບໍລິສັດຫຼາຍຮ້ອຍຕຳແໜ່ງ ເພື່ອຮັບມືກັບບັນຫາເສດຖະກິດທີ່ກຳລັງຕົກຕ່ຳ ເຊິ່ງເປັນບໍລິສັດເຕັກໂນໂລຊີລາຍໃຫຍ່ຂອງໂລກລາຍຫຼ້າສຸດ ທີ່ຕັດສິນໃຈຫຼຸດພະນັກງານລົງ.

ໂຄສົກຂອງ ບໍລິສັດ ໄມໂຄຣຊ໊ອຟ ເປີດເຜີຍວ່າ: ບໍລິສັດໄດ້ປະເມີນ ແລະ ຈັດລຳດັບ ຄວາມສຳຄັນຂອງທຸລະກິດ ບົນພື້ນຖານດຽວກັນກັບບໍລິສັດອື່ນໆ ແລ້ວປັບໂຄງສ້າງຕາມຄວາມເໝາະສົມ ແຕ່ບໍລິສັດຍັງຈະມີການລົງທຶນເພີ່ມ ແລະ ຈະຈ້າງພະນັກງານໃນພະແນກທີ່ກຳລັງເຕີບໂຕ.

No photo description available.

ແນວໃດກໍຕາມ, ບໍລິສັດໄມໂຄຣຊ໊ອຟ ບໍ່ໄດ້ລະບຸຢ່າງຊັດເຈນວ່າ ມີພະແນກໃດແດ່ທີ່ໄດ້ຮັບຜົນກະທົບ ຕະຫຼອດຮອດຈຳນວນພະນັກງານທີ່ຈະຕ້ອງຖືກປົດອອກຈາກບໍລິສັດ ແຕ່ຄາດວ່າອາດຈະມີເຖິງ 1 ພັນຄົນ ໂດຍນັກວິເຄາະຄາດການວ່າ ບຸກຄະລາກອນໃນພະແນກ Experiences & Devices ພະແນກ Xbox ແລະ ທີມກົດໝາຍ ໜ້າຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ ເຖິງແມ່ນວ່າບາງສ່ວນຈະເປັນພະນັກງານເກົ່າແກ່ກໍຕາມ ໂດຍຈະປົດຫຼາຍລະດັບທົ່ວໂລກ ແມ່ນແຕ່ພະນັກງານທີ່ເຮັດວຽກຢູ່ໃນສະຫະລັດອາເມຣິກາ ກໍມີໂອກາດຖືກປົດເຊັ່ນດຽວກັນ.

May be an image of text that says 'Microsoft Microsoft'

ກ່ອນໜ້ານີ້, ໄມໂຄຣຊ໊ອຟ ໄດ້ສົ່ງສັນຍານປັບໂຄງສ້າງບໍລິສັດ ດ້ວຍການຫຼຸດພະນັກງານລົງ ແລະ ເລີ່ມບໍ່ຮັບພະນັກງານໃໝ່ໃນພະແນກ Windows, Office ແລະ Teams ຈາກນັ້ນກໍເລີ່ມປົດພະນັກງານອອກໃນສັດສ່ວນຕ່ຳກວ່າ 1% ຂອງພະນັກງານທັງໝົດ 180.000 ຄົນທົ່ວໂລກ ໃນເດືອນກໍລະກົດຜ່ານມາ.