ກຳປູເຈຍ – ສປຊ ກະຕຸ້ນເພີ່ມການລົງທຶນດ້ານຄວາມໝັ້ນຄົງສະບຽງອາຫານ

59

ສຳນັກຂ່າວຊິນຫົວລາຍງານວ່າ ຖະແຫຼງການຮ່ວມຂອງລັດຖະບານ ກຳປູເຈຍ ກັບອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ແລະ ໂຄງການອາຫານໂລກ ຂອງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ເພີ່ມການລົງທຶນ ເພື່ອຮອງຮັບການປ່ຽນຜ່ານລະບົບອາຫານເພີ່ມຂຶ້ນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ລວມທັງການຮັບມືກັບອຸປະສັກ ແລະ ວິກິດການຕ່າງໆ.

May be an image of 8 people and outdoors

ໃນຂະນະທີ່ ກຳປູເຈຍ ເລີ່ມຈັດຕັ້ງປະຕິບັດຕາມແຜນລະດັບຊາດດ້ານລະບົບອາຫານ ເພື່ອການພັດທະນາແບບຍືນຍົງ 2030 ແລະ ກຳປູເຈຍ ຕ້ອງປ່ຽນຕ່ອງໂສ້ການສະໜອງສະບຽງອາຫານ ເພື່ອໃຫ້ມີອາຫານທີ່ມີຄຸນນະພາບ ແລະ ຄຸນຄ່າທາງໂພຊະນາການ ສຳລັບຊາວກຳປູເຈຍ ທຸກຄົນຜ່ານການລົງທຶນໃນນະວັດຕະກໍາ, ເຕັກໂນໂລຊີ ແລະ ລະບົບດີຈີຕອນ.

May be an image of 5 people and fruit