ໂຕໂນ່ ມານະຄອນພະນົມແລ້ວ ກຽມລອຍຂ້າມນ້ຳຂອງມາລາວຕາມນັດ 22 ຕຸລານີ້

107

ໂຕໂນ່ ພາຄິນ ຄຳວິໄລສັກ ນັກຮ້ອງ ນັັກສະແດງຊື່ດັງຂອງໄທ ພາຍໃຕ້ກະແສດຣາມ້າ ແຕ່ເພິ່ນຕັ້ງໃຈແນ່ວແນ່ ຕ້ອງລອຍຂ້າມນ້ຳຂອງໃຫ້ໄດ້ ເພື່ອລະດົມທຶນໄປຊ່ວຍເຫຼືອໂຮງໝໍໃນແຂວງຄຳມ່ວນ ແລະ ນະຄອນພະນົມ.


ໜຸ່ມໂຕໂນ່ນັບແຕ່ມີແຜນຈະລອຍນ້ຳຂ້າມນ້ຳຂອງແມ່ນໄດ້ພະຍາຍາມຝຶກຊ້ອມລອຍນ້ຳທັງໃນນ້ຳນີ້ງ ແລະນ້ຳໄຫຼ ເພື່ອສ້າງພື້ນຖານທີ່ດີກ່ອນຈະມາພິຊິດກັບນ້ຳຂອງທີ່ມີຄວາມໄກຂອງໄລຍະທາງລອຍເຖິງ 15 ກິໂລແມັດກວ່າ.
ຕອນນີ້ ໜຸ່ມໂຕໂນ່ ພາຄິນ ໄດ້ສຳເລັດການຝຶກຊ້ອມ ພ້ອມແພັກກະເປົາມານະຄອນພະນົມ ເພື່ອກຽມເຂົ້າສູ່ກິດຈະກຳ One Man & The River ເຊິ່ງມີຄວາມໝາຍວ່າ ໜຶ່ງຄົນລອຍຫຼາຍຄົນໃຫ້.

ສຳລັບກິດຈະກຳ One Man & The River ຂອງໂຕໂນ່ພາຄິນ ເເປັນການລອຍຂ້າມນ້ຳຂອງໂຕເປົ່າເປັນຄັ້ງທຳອິດ ເພື່ອລະດົມທຶນຈັດຊື້ອຸປະກອນການແພດໃຫ້ກັບໂຮງໝໍ ຈັງຫວັດນະຄອນພະນົມ ແລະ ໂຮງໝໍແຂວງຄຳມ່ວນ ໂດຍຈະລອຍຂ້າມນ້ຳຂອງຈາກນະຄອນພະນົມມາຄຳມ່ວນ ແລະລອຍກັບໄປ ກິດຈະກຳລອຍນ້ຳ ຈະມີຂຶ້ນໃນວັນທີ 22 ຕຸລາ 2022 ນີ້.

ພາຍຫຼັງ ຄິດໂຄງການນີ້ຂຶ້ນມາ ໜຸ່ມໂຕໂນ່ໄດ້ຕັ້ງໃຈຝຶກຊ້ອມຢ່າງຫ້າວຫັນ ເພື່ອກຽມຮ່າງກາຍໃຫ້ພ້ອມກ່ອນເລີ່ມກິດຈະກຳ ຂະນະທີ່ຍອດບໍລິຈາກມາຮອດວັນທີ 18 ຕຸລາທະລຸຫຼາຍກວ່າ 5 ລ້ານບາດ ຈາກເປົ້າໝາຍທີ່ຕັ້ງໄວ້ທີ່ 10 ລ້ານບາດ.

ໂຕໂນ່ ໄດ້ກ່າວຂອບໃຈສັ້ນໆວ່າ ຂອບໃຈທີ່ຊ່ວຍສົ່ງແຮງໃຈໃຫ້ຕັ້ງແຕ່ຍັງບໍ່ທັນເລີ່ມລອຍນ້ຳ ຂອບໃຈທີ່ຊ່ວຍກັນ ບໍ່ຮູ້ຈະສຳເລັດຫຼືບໍ ຮອດມື້ຈັ່ງຊິຮູ້ເອງ ແຕ່ທີ່ແນ່ນອນ ເຮົາຈະໄດ້ຮ່ວມກັນຊ່ວຍບັນດາແພດໝໍ ລວມເຖິງການປູກຈິດສຳນຶກໃຫ້ທຸກຄົນ ທັງລາວ, ໄທຮັກ ແລະດູແລຮັກສາແມ່ນ້ຳຂອງຫຼາຍຂຶ້ນ.