ສະມາຄົມຫັດຖະກຳລາວ ຈັດງານເດີນແບບການກຸສົນ ຫ່ວງໃຍໄປເຖິງ ລະດົມທຶນຊ່ວຍຜູ້ທຸກຍາກຫ່າງໄກ

55

ໃນຄໍ່າຄືນຂອງວັນທີ 18 ຕຸລາ 2022 ຜ່ານມາ ສະມາຄົມຫັດຖະກຳລາວ (ສຫລ) ໄດ້ຈັດງານ ຫ່ວງໃຍໄປເຖິງ ງານເດີນແບບການກຸສົນ ເພື່ອສົ່ງອ້ອມກອດ ເຖິງລູກຫຼານຢູ່ຂອບຟ້າແດນໄກໃນລະດູໜາວ ຂຶ້ນທີ່ສູນການຄ້າລາວ-ໄອເຕັກ ຕຶກເກົ່າຊັ້ນ 2 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານ ປະເທດ ແຫ່ງ ສປປ ລາວ, ປະທານຄະນະທີ່ປືກສາ ສະມາຄົມ ຫັດຖະກຳລາວ; ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ພ້ອມດ້ວຍພັນລະຍາການນຳ-ປ້າອາວຸໂສ, ບັນດາທ່ານທູດຕານຸທູດ, ອົງການຈັດຕັ້ງສາກົນ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ນາງ ນາລີ ສີສຸລິດ ໄດ້ກ່າວບາງຕອນ ວ່າ: “ສີໄມ້ລາຍມືຂອງແມ່ຍິງລາວຄືອຸທິຍານແຫ່ງການທ່ອງທ່ຽວ” ການເດີນແບບເສື້ອຜ້າອາພອນເພດຊົງລາວ ແມ່ນໜຶ່ງໃນກິດຈະກຳຫຼັກຂອງງານມະຫາກຳສີມືຫັດຖະກຳລາວໃນແຕ່ລະປີ ມັນເປັນການເອກອ້າງສີໄມ້ລາຍມືອັນປານີດຂອງແມ່ຍິງລາວມາແຕ່ດຶກດໍາບັນທີ່ນັກອອກແບບຕໍ່າແພພື້ນເມືອງໄດ້ນໍາເອົາຫົວຄິດ ແລະ ໝາກຫົວໃຈຂອງແຕ່ລະຄົນມາວາດພາບໃສ່ຜືນແພທີ່ຕົນຈົກດອກລວດລາຍ ແລະ ຕໍ່າໃຫ້ຄົນທັງຫຼາຍໄດ້ຊື່ນຊົມແລະຊົມໃຊ້. ດອກດວງທີ່ແມ່ຍິ່ງລາວໄດ້ອອກແບບຄົ້ນຄິດມານັ້ນລ້ວນແລ້ວແຕ່ສອດຄ່ອງກັບຍຸກສະໄໝກັບຮິດຄອງປະເພນີ ແລະ ວີຖີຊິວິດຂອງທ້ອງຖິ່ນ. ງານຄໍ່າຄືນນີ້ແມ່ນການລວມພະລັງໃຈ ແລະ ພະລັງຄວາມສາມັກຄີເພື່ອສ້າງກອງທຶນໃຫ້ບັນລຸເປົ້າ ໝາຍຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທຸກຈົນຢູ່ເຂດຫ່າງໄກສອກຫຼີກ.

ທ່ານ ນາງ ສຸວິຕາ ປະເສີດ ປະມານສະມາຄົມຫັດຖະກຳລາວ ກ່າວວ່າ: ຈຸດປະສົງຫຼັກຂອງການຈັດງານນີ້ ແມ່ນໜຶ່ງໃນງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 21 ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຫັດຖະກຳແຫ່ງຊາດ 1 ພະຈິກ ແລະ ເປັນເຈົ້າພາບກອງປະຊຸມສຳມະນາການຕໍ່າແຜ່ນແພພື້ນເມືອງອາຊຽນ ຄັ້ງທີ 9 ໃນປີ 2024 ຈະມາເຖິງ ແລະ ພິເສດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຫັດຖະກຳລາວ ຄົບຮອບ 25 ປີ. ດັ່ງນັ້ນ, ງານເດີນແບບອາພອນລາວ ພາຍໃຕ້ຫົວຂໍ້: ສົ່ງອອກກອດເຖິງລູກຫຼານຢູ່ຂອບຟ້າແດນໄກໃນລະດູໜາວ ງານການກຸສົນເດີນແບບສ້າງອ້ອມກອດ” ແມ່ນຈັດຕັ້ງຂຶ້ນບົນພື້ນຖານຄວາມສາມັກຄີ, ຄວາມປຸ້ມລຸ້ມເປັນຈິດໜຶ່ງໃຈດຽວກັນ ເພື່ອສົ່ງຄວາມຮັກອັນອົບອຸ່ນ ກາຍເປັນອ້ອມກອດ ໄປສູ່ພີ່ປ້ານ້າອາ ແລະ ນ້ອງນຸ່ງ ລຸກຫຼານເຊິ່ງຢູ່ຫ່າງໄກ ໃນຮ່ອມພູຜາປ່າດົງ, ແບ່ງເບົາ ຄວາມທຸກໂສກຈາກໄພພິບັດ, ງານການກຸສົນເພື່ອຈະເປັນຄວາມອົບອຸ່ນ ແລະ ແບ່ງເບົາຫາຍທຸກໂສກໄດ້ ກໍ່ຍ້ອນບັນດາທ່ານຜູ້ໃຈບຸນ ບິແບ່ງບໍລິຈາກທັງເວລາ-ເຫື່ອແຮງ ແລະ ວັດຖຸປັດໃຈ ດ້ວຍໃຈທີ່ສັດທາ, ຍືນມືຊ່ວຍເຫຼືອຊຸມຊົນທີ່ປະ ສົບເຄາະຮ້າຍ ເກີດຂຶ້ນທີ່ ສປປ ລາວ.

ທ່ານ ນາງ ຈັນເທົາ ປະຖັມມະວົງ ປະທານ ກິດຕິມະສັກ ສະມາຄົມ ຫັດຖະກຳລາວ ໄດ້ກ່າວບາງຕອນວ່າ: ເງິນທີ່ສະສົມໄດ້ທຸກກີບທຸກສະຕັງນັບສະມາຄົມສ້າງຕັ້ງກອງທຶນຊ່ວຍເຫຼືອນີ້ຂຶ້ນມາ ແຕ່ໃນປີ 2020 ນັ້ນແມ່ນໄດ້ນໍາໄປຊ່ວຍເຫຼືອປະຊາຊົນໃນເຂດທ້ອງຖິ່ນທີ່ຂາດເຂີນ ແລະ ປະສົບອຸທົບຄະໄພ ຢູ່ເມືອງຮົ່ມ ແຂວງໄຊສົມບຸນ ສ້າງເຮືອນ ຈໍານວນ 14 ຫຼັງຄາເຮືອນ, ສ້າງໂຮງຮຽນບ້ານປາກເພ ເມືອງໃຫມ່ ແຂວງຜົ້ງສາລີ (ບ້ານວິລະຊົນ), ມອບທຶນຮອນໃນການເຮັດການກະເສດຄົວເຮືອນໃຫ້ພະນັກງານບໍານານ, ພະນັກງານປະຕິວັດບໍານານ ແຂວງເຊກອງ.

ເປົ້າໝາຍທີ່ຈະຊ່ວຍເຫຼືອໃນຕໍ່ໜ້າແມ່ນ: ຊ່ວຍສ້າງໂຮງຮຽນ ແລະ ຫໍພັກນັກຮຽນຢູ່ແຂວງທີ່ຖືກນໍ້າຖ້ວມບໍ່ໃຫ້ລຸດ 6 ຫຼັງ, ຊ່ວຍກໍ່ສ້າງ ແລະ ສ້ອມແປງເຮືອນປະຊາຊົນຜູ້ທີ່ຖືກໄພພິບັດນໍ້າຖ້ວມໃນແຂວງຕ່າງໆຊື້ເຄື່ອງນຸ່ງນັກຮຽນ ອຸປະກອນການຮຽນ, ເຄື່ອງນຸ່ງຮົ່ມກັນໜາວ ໄປຊ່ວຍເຫຼືອນັກຮຽນ ແລະ ປະຊາຊົນທຸກຈົນຫ່າງໄກສອກຫຼີກທຸລະກັນດານໃນຂອບເຂດທົ່ວປະເທດ.

ການເດີນແບບເສື້ອຜ້າອາພອນລາວໃນຄໍ່າຄືນນີ້ພວກເຮົາໄດ້ຮັບກຽດຈາກຄະນະ ແລະ ທີ່ປືກສາ ຂອງສະມາຄົມ ຫັດຖະກຳລາວ ແລະ ນັກທຸລະກີດຍິງຜູ້ທີ່ຮັກຫອມແລະ ຢາກອານຸລັກວັດທະນະທໍາ ຮິດຄອງປະເພນີອັນສວຍງາມຂອງລາວເຮົາ, ນອກຈາກນັ້ນ ພິເສດໃນຄໍ່າຄືນນີ້ພວກເຮົາຍັງໄດ້ຮັບກຽດຈາກຄອບຄົວນັກການທູດ ແລະ ອົງການຈັດຕັ້ງສາກົນທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການປະຍຸກແຜ່ນແພລາວໃຫ້ມັນຫຼາກຫຼາຍ.

ເຊິ່ງພາຍໃນງານນອກຈາກການເດີນແບບອາພອນລາວ ຈາກບັນດານ້ອງນ້ອຍ, ຈາກບັນດາຕາງໜ້າສະຖານທູດ-ອົງການຈັດຕັ້ງສາກົນ ແລະ ພາກສ່ວນຕ່າງໆຂອງອົງການສຳນັກງານກະຊວງຕ່າງໆແລ້ວ ຍັງໄດ້ມີການມອບໃບຍ້ອມຍໍໃຫ້ກັບຜູ້ມອບວັດຖະປັດໄຈປະກອບສ່ວນເຂົ້າໃນງານຄັ້ງນີ້ດ້ວຍ ແລະ ຍັງໄດ້ມີການປະມູນເອົາຊຸດໄໝ 1 ຊຸດ ດ້ວຍມູນຄ່າສູງສຸດ 40 ລ້ານກີບ ໂດຍແມ່ນທ່ານ ນາງ ຈັນນະພາບ ວົງສະໝໍລະພູມ ປະທານບໍລິສັດ CNP ສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຂາອອກ-ຂາເຂົ້າ ຈຳກັດ.