ໄຟຟ້າ ຫົງສາ ໃຊ້ບຸກຄະລາກອນ 1.000 ຄົນ ກວ່າຄົນ ກວດສອບ ແລະ ບໍາລຸງຮັກສາໂຮງໄຟຟ້າ ປະຈໍາປີ 2022

70

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ (Hongsa Power Company Limited) ດໍາເນີນທຸລະກິດພະລັງງານໄຟຟ້າ ມີຜູ້ຖືຮຸ້ນ 3 ບໍລິສັດ ໄດ້ແກ່: ບໍລິສັດ ບ້ານປູ ພາວເວີ ຈໍາກັດ (ມະຫາຊົນ), ບໍລິສັດ ຣາດກຣຸບ ຈໍາກັດ (ມະຫາຊົນ) ໂດຍເປັນບໍລິສັດລູກຂອງ ບໍລິສັດ ອາເອດຊ ອິນເຕີເນຊັນແນວ (ສິງກະໂປ) ຄໍປໍເລຊັນ ຈໍາກັດ ແລະ ລັດວິສາຫະກິດຖືຮຸ້ນລາວ ມີກໍາລັງການຜະລິດທັງໝົດ 1.878 ເມກາວັດ ພາຍໃຕ້ຊື່ທີ່ເອີ້ນກັນທົ່ວໄປວ່າ “ໂຮງໄຟຟ້າຫົງສາ” ຕັ້ງຢູ່ ເມືອງຫົງສາ ແຂວງໄຊຍະບູລີ, ສປປ ລາວ.

ປີ 2022 ນີ້ ບໍລິສັດມີແຜນງານກວດສອບ ແລະ ບໍາລຸງຮັກສາ ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາປະຈໍາປີ ຫຼື Yearly Maintenance (YM) ໃຫ້ກັບໂຮງໄຟຟ້າໜ່ວຍຜະລິດທີ 3 ໃນລະຫວ່າງວັນທີ 16 ຕຸລາ ຫາ 6 ພະຈິກ 2022 ແລະ ໜ່ວຍຜະລິດທີ 1 ໃນລະຫວ່າງວັນທີ 20 ພະຈິກ ຫາ 11 ທັນວາ 2022 ເຊິ່ງການດໍາເນີນງານຄັ້ງນີ້ ມີຜູ້ຊ່ຽວຊານຈາກປະເທດໄທ ເຂົ້າມາປະຕິບັດງານພາຍໃນ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ຈໍານວນຫຼາຍກວ່າ 1.000 ຄົນ. ໃນນີ້, ບໍລິສັດຍັງຄົງຍຶດຖືປະຕິບັດມາດຕະການ “ບໍ່ປະໝາດ ປ້ອງກັນຢ່າບົກຜ່ອງ” ກ່ຽວກັບການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ Covid-19 ໂດຍເນັ້ນໃຫ້ພະນັກງານ ຫຼື ຜູ້ທີ່ເຂົ້າມາປະຕິບັດງານພາຍໃນໂຄງການທຸກຄົນ ຕ້ອງປະຕິບັດຕາມມາດຕະການ ແລະ ກົດລະບຽບຕ່າງໆ ກ່ຽວກັບການຄວບຄຸມການແຜ່ລະບາດຢ່າງເຄັ່ງຄັດ.

ການກວດສອບ ແລະ ບໍາລຸງຮັກສາໂຮງໄຟຟ້າ ເປັນງານທີ່ມີຂັ້ນຕອນລະອຽດອ່ອນ ເນື່ອງຈາກອຸປະກອນໃນການຜະລິດໄຟຟ້າແຕ່ລະອັນຈະມີຂະໜາດໃຫຍ່ ແລະ ຊັບຊ້ອນ ຈໍາເປັນຕ້ອງອາໄສບຸກຄະລາກອນ ທີ່ມີຄວາມຊໍານານໃນການເຮັດວຽກ, ສໍາລັບຈຸດປະສົງຫຼັກຂອງການກວດສອບ ແລະ ບໍາລຸງຮັກສາໂຮງໄຟຟ້ານັ້ນ ແມ່ນເພື່ອກວດສອບ ແລະ ເບີ່ງແຍງອຸປະກອນຕ່າງໆ ໃນໂຮງໄຟຟ້າໃຫ້ມີຄວາມພ້ອມໃນການຜະລິດກະແສໄຟຟ້າຢ່າງມີສະຖຽນລະພາບ.

ທັງນີ້, ການບໍາລຸງຮັກສາໂຮງໄຟຟ້າປຽບເໝືອນການກວດສຸຂະພາບຂອງຄົນ ທີ່ຕ້ອງກວດເຊັກເປັນປະຈໍາທຸກປີ ເພື່ອເບິ່ງແຍງຄວາມສົມບູນຂອງຮ່າງກາຍ ໃນຂະນະທີ່ການບໍາລຸງຮັກສາໂຮງໄຟຟ້າ ຄືການກວດສອບ, ສ້ອມແປງ, ປ່ຽນ ແລະ ປັບປຸງອຸປະກອນ ຕາມໄລຍະເວລາທີ່ຜູ້ຜະລິດໄດ້ກໍານົດໄວ້ ເພື່ອໃຫ້ໂຮງໄຟຟ້າມີຄວາມພ້ອມໃນການເດີນເຄື່ອງ ແລະ ມີປະສິດທິພາບໃນການຜະລິດກະແສໄຟຟ້າສູງສຸດ.