ອົງການກາແດງແຫ່ງຊາດ ຍົກລະດັບຄວາມຮູ້ວຽກງານຄຸ້ມຄອງຄວາມສ່ຽງໄພພິບັດ ແລະ ການສົ່ງເສີມສຸຂະພາບ

62

ລະຫວ່າງວັນທີ 18-21 ຕຸລາ 2022 ນີ້, ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບວຽກງານຄຸ້ມຄອງຄວາມສ່ຽງໄພພິບັດ ແລະ ວຽກງານສົ່ງເສີມສຸຂະພາບ ໃຫ້ແກ່ອົງການປົກຄອງບ້ານ ແລະ ອສບ 5 ບ້ານເປົ້າໝາຍ ຢູ່ເມືອງເມິງ ແຂວງບໍ່ແກ້ວຄື: ບ້ານຫ້ວຍທາດເກົ່າ, ຫ້ວຍທາດໃໝ່, ໂພນຈະເລີນ, ປຸ່ງຫີນ-ນາງາມ ແລະ ບ້ານນໍ້າຄາລື້.

ໂອກາດນີ້, ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ໄດ້ຍົກໃຫ້ເຫັນຈຸດປະສົງ, ເນື້ອໃນ, ຄວາມໝາຍຄວາມສໍາຄັນ ຂອງການຈັດຝຶກອົບຮົມຄັ້ງນີ້, ຊຶ່ງສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບ ພາລະບົດບາດ ຂອງອົງການກາແດງລາວ, ຂະບວນການກາແດງ ແລະ 7 ຫລັກການພື້ນຖານມະນຸດສະທໍາ ຂອງກາແດງ, ຄວາມຮູ້ພື້ນຖານ ກ່ຽວກັບໄພອັນຕະລາຍຂອງໄພພິບັດ, ວົງຈອນການຄຸ້ມຄອງໄພພິບັດ, ວິທີການຫ້າງຫາກະກຽມສໍາລັບຄົວເຮືອນ, ຮຽນຮູ້ທັກສະ, ວິທີການຊ່ວຍເຫລືອຄົນຕົກນໍ້າ. ພານຫລັງຮຽນທິດພາກທິດສະດີແລ້ວ, ຍັງຈະໄດ້ຝຶກປະຕິບັດ ກິດຈະກໍາຕົວຈິງກ່ຽວກັບຫລັກການປະຖົມພະຍາບານ, ການປະເມີນຄົນເຈັບ, ການຈັດທ່ານອນພັກຟື້ນຂອງຄົນເຈັບ, ການຊ່ວຍຫາຍໃຈທຽມ, ການປະຖົມພະຍາບານ, ບາດແຜ, ແຜໄຟໄໝ້, ການຫ້າມເລືອດ, ການໃຊ້ຜ້າພັນບາດແຜ. ພ້ອມນີ້, ສໍາມະນາກອນຍັງຈະໄດ້ຮຽນຮູ້ເຖິງບົດບາດ ຍິງ-ຊາຍ, ໄວຈະເລີນພັນ ຍິງ-ຊາຍ, ຄວາມຮູ້ກ່ຽວກັບພະຍາດຕິດຕໍ່ທາງເພດສໍາພັນ ແລະ ການວາງແຜນຄອບຄົວ.

ໃນໂອກາດດຽວກັນ, ອົງການກາແດງລາວ ຍັງໄດ້ມອບອຸປະກອນປ້ອງກັນໄພພິ ບັດ, ເຄື່ອງມືການຊ່ວຍເຫລືອສຸກເສີນເຊັ່ນ: ເສື້ອຊູຊີບ, ກົງເບັງລຸ້ນໜາ, ເຊືອກກູ້ໄພ, ເກີບໂບກ, ເສື້ອກັນຝົນ, ໄຟສາຍຕິດຫົວສາກໄຟ, ຊຸດໂທລະໂຄ່ງ, ແອມ, ສາຍໄຟໂທລະໂຄ່ງ, ໄມລອຍ, ວິທະຍຸ ແລະ ຊຸດປະຖົມພະຍາບານ ໃຫ້ເມືອງ ເພື່ອນໍາໄປມອບໃຫ້ແກ່ 5 ບ້ານເປົ້າໝາຍ ທີ່ມີຄວາມສ່ຽງຕໍ່ໄພພິພັດ ຕື່ມອີກ.