ໂອເປັກພລັສ ຊີ້ການຫຼຸດກໍາລັງການຜະລິດນໍ້າມັນລົງ ເປັນມະຕິເອກະສັນຂອງສະມາຊິກ

44

ກຸ່ມຜູ້ຜະລິດ ແລະ ສົ່ງອອກນໍ້າມັນ ແລະ ຊາດພັນທະມິດ ( ໂອເປັກພລັສ ) ໄດ້ອອກມາຢືນຢັນວ່າ ການປັບຫຼຸດການຜະລິດນໍ້າມັນລົງ 2 ລ້ານບາເຣວຕໍ່ວັນ ໂດຍມີຜົນໃນເດືອນພະຈິກຈະເຖິງນີ້ ເປັນການຕັດສິນໃຈດ້ວຍມະຕິເອກະສັນຂອງປະເທດສະມາຊິກ ໂດຍບໍ່ມີການເມືອງເຂົ້າມາກ່ຽວຂ້ອງແຕ່ຢ່າງໃດ.

May be an image of text that says 'OPEC'

ທັງນີ້, ຫຼັງຈາກກຸ່ມໂອເປັກພລັສ ໄດ້ປະກາດປັບຫຼຸດການຜະລິດນ້ຳມັນລົງ ເຮັດໃຫ້ສະຫະລັດອາເມຣິກາ ກ່າວຫາຊາອຸດິດ ອາຣັບບີ ວ່າກົດດັນປະເທດສະມາຊິກໃຫ້ການສະໜັບສະໜູນຕໍ່ການຕັດສິນໃຈດັ່ງກ່າວ.

May be an image of sky and text

ຫຼ້າສຸດປະເທດສະມາຊິກ ເຊັ່ນ: ອີຣັກ, ກູເວດ, UAE ໄດ້ອອກມາຢືນຢັນວ່າ ການຕັດສິນໃຈຫຼຸດກໍາລັງການຜະລິດ ເປັນການເຫັນດີຢ່າງເປັນເອກະສັນຂອງປະເທດສະມາຊິກ ແລະ ເປັນເອກະສັນບົນພື້ນຖານດ້ານເຕັກນິກ ໂດຍບໍ່ມີການເມືອງເຂົ້າມາກ່ຽວຂ້ອງແຕ່ຢ່າງໃດ. ໃນຂະນະດຽວກັນ ບາເຣນ, ໂອມານ ແລະ ແອລຈີເຣຍ ໄດ້ອອກຖະແຫຼງການຕອກຢໍ້າເຖິງການປັບຫຼຸດກໍາລັງການຜະລິດລົງຄັ້ງນີ້ ວ່າເປັນການຕັດສິນໃຈຄັ້ງປະຫວັດສາດ ແລະ ເປັນການດໍາເນີນດ້ວຍເຫດ ແລະ ຜົນດ້ານເຕັກນິກ ແລະ ພິຈາລະນາໃນແງ່ມຸມດ້ານເສດຖະກິດລ້ວນໆ.