ຍີ່ປຸ່ນ ຈະໃຊ້ມາດຕະການຢ່າງເໝາະສົມ ສະກັດເງິນເຢນອ່ອນຄ່າ

31

ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 18 ຕຸລາ 2022 ວ່າ: ລັດຖະມົນຕີກະຊວງການເງິນຂອງຍີ່ປຸ່ນ ເປີດເຜີຍວ່າ ລັດຖະບານຍີ່ປຸ່ນ ພ້ອມດໍາເນີນມາດຕະການ “ ທີ່ເໝາະສົມ ” ເພື່ອສະກັດກັ້ນຄວາມຜັນຜວນຂອງຕະຫຼາດແລກປ່ຽນເງິນຕາ ຫຼັງຈາກທີ່ເງິນເຢນອ່ອນຄ່າລົງຕໍ່າສຸດໃນຮອບ 32 ປີ ຢູ່ທີ່ລະດັບ 149 ເຢນຕໍ່ 1 ໂດລາສະຫະລັດ ໃນວັນທີ 18 ຕຸລາ 2022.

May be an image of 1 person and money

ລັດຖະມົນຕີກະຊວງການເງິນຂອງຍີ່ປຸ່ນ ກ່າວວ່າ: ຄວາມຜັນຜວນທີ່ເກີດຈາກການເກງກໍາໄລ ເຊິ່ງເປັນເລື່ອງທີ່ບໍ່ສາມາດຍອມຮັບໄດ້, ແນວໃດກໍຕາມ ລັດຖະບານກໍໄດ້ເຂົ້າໄປແຊກແຊງຕະຫຼາດແລກປ່ຽນເງິນຕາ ເຊິ່ງບາງຄັ້ງກໍໄດ້ແຈ້ງຕໍ່ສາທາລະນະ ແຕ່ບາງຄັ້ງກໍບໍ່ໄດ້ແຈ້ງ.

May be an image of 1 person and money

ທັງນີ້, ລັດຖະບານຍີ່ປຸ່ນ ໄດ້ໃຊ້ເງິນ 2,84 ລ້ານລ້ານເຢນ ເທຂາຍໂດລາ ໄປຊື້ເງິນເຢນ ເມື່ອວັນທີ 22 ກັນຍາຜ່ານມາ ໂດຍຫວັງສະກັດຄ່າຂອງເງິນເຢນບໍ່ໃຫ້ອ່ອນຄ່າລົງຢ່າງໄວວາ ເຊິ່ງເປັນການແຊກແຊງຄັ້ງທໍາອິດໃນຮອບ 24 ປີ ເຊິ່ງການກະທໍາດັ່ງກ່າວໄດ້ຊ່ວຍຫຼຸດແຮງກົດດັນຕໍ່ການເທຂາຍເງິນເຢນ ແຕ່ເນື່ອງຈາກວ່າອັດຕາດອກເບ້ຍນະໂຍບາຍຂອງຍີ່ປຸ່ນ ແລະ ສະຫະລັດອາເມຣິກາ ແຕກຕ່າງກັນຫຼາຍ ຈຶ່ງເຮັດໃຫ້ເງິນເຢນອ່ອນຄ່າລົງຢ່າງຕໍ່ເນື່ອງ ແລະ ຄາດວ່າລັດຖະບານຍີ່ປຸ່ນ ຈະເຂົ້າແຊກແຊງອີກຄັ້ງ.