ເປີດຮ້ານຈຳໜ່າຍຈັກໄຟຟ້າ YADEA ຮ້ານທຳອິດໃນລາວ, YADEA E8S ແລ່ນໄດ້ໄກເຖິງ 150-200 ກິໂລແມັດຕໍ່ 1 ເທື່ອສາກ

217

ລົດຈັກໄຟຟ້າ YADEA (ຢາຕິ) ມີຍອດຂາຍດອັນດັບ 1 ໃນໂລກ, ສົ່ງອອກໄປຍັງ 100 ປະເທດ ມາຮອດ ສປປ ລາວ ແລ້ວ ເຊິ່ງເປີດຮ້ານຈຳໜ່າຍແຫ່ງທຳອິດທີ່ນະຄອນຫຼວງວຽງຈັນ.

ພິທີເປີດໂຕຮ້ານ YADEA Flagship Store ຮ້ານທຳອິດຂອງປະເທດລາວ ຈັດຂຶ້ນວັນທີ 15 ຕຸລາ 2022 ຜ່ານມາ ທີ່ບ້ານຂຸນຕາ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ແລະ ພິທີເຊັນສັນຍາມອບສິດຕົວແທນຈໍາໜ່າຍລະຫວ່າງ ທ່ານ LIU JIA (ຫຼິວເຈ່ຍ) ຜູ້ອຳນວຍການ ຝ່າຍພັດທະນາທຸລະກິດເຂດທະວີບອາຊີ YADEA ສປ ຈີນ ແລະ ບໍລິສັດ MKE ເຊິ່ງມີ ທ່ານ LI LIANGSHUANG (ຫຼຽງຊ່ວງ) ເປັນປະທານ.

ພາຍໃນງານໄດ້ມີການປ່ອຍຕົວຂອງຂະບວນລົດ YADEA E8S ທັງໝົດ 8 ຄັນ ເພື່ອໄປປະຈົນໄພຕາມຈຸດຕ່າງໆ ນະຄອນຫຼວງວຽງຈັນ-ສັງທອງ – ບຶງທາດຫຼວງ – ທາດຫຼວງ – ອານຸສາວະລີ – ອອກເສັ້ນທາງດອນໜູນ ສະໜາມກິລາຫຼັກ 16 ແລະ ກັບມາ ເມື່ອຄົບໄລຍະທາງ 150+ ກິໂລແມັດ ໂດຍໃຊ້ YADEA E8S ໃນຂະບວນຄັ້ງນີ້ ເຊິ່ງແມ່ນລຸ້ນທ໋ອບຂອງ ບໍລິສັດ YADEA, ມີຄວາມປອດໄພສູງ, ສາມາດແລ່ນໄລຍະທາງໄກເຖິງ 150-200 ກິໂລແມັດຕໍ່ 1 ເທື່ອສາກ. ນອກນີ້, ຍັງກັນນ້ຳໄດ້ຖ້າມີຝົນຕົກນ້ຳຖ້ວມກໍສາມາດເອົາລົດ YADEA ພວກອອກໄປລຸຍນໍ້າໄດ້ໂດຍບໍ່ຢ້ານຊອດ ຫຼື ຈັກດັບເລີຍ.

ໃນສະຖານະການພາວະໂລກຮ້ອນ ແລະ ນ້ຳມັນແພງຂຶ້ນທຸກມື້ ລົດໄຟຟ້າກໍເປັນອີກທາງເລືອກໃໝ່ທີ່ເໝາະສົມທີ່ສຸດກັບສະຖານະການເສດຖະກິດຕອນນີ້ ພ້ອມທັງຮັກສາສິ່ງແວດລ້ອມອີກດ້ວຍ ເຊິ່ງຈັກໄຟຟ້າຂອງ YADEA ມີລາຄາເລີ່ມຕົ້ນພຽງແຕ່ 8.590.000 ກີບເທົ່ານັ້ນ, ທ່ານສາມາດເຂົ້າໄປເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່ facebook YADEA.

ລົດໄຟຟ້າ YADEA ແມ່ນມີຍອດຂາຍດີອັນດັບ 1 ຂອງໂລກ 3 ປີຊ້ອນ ແຕ່ປີ 2019-2021ລວມຍອດ 3 ປີ ຈຳນວນ 29.800.000 ຄັນທົ່ວໂລກ ແລະ ສົ່ງອອກໄປຍັງ 100 ປະເທດພາກພື້ນເຊັ່ນ: ສະຫະລັດອາເມຣິກາ, ເຢຍລະມັນ. YADEA ເປັນອຸດສະຫະກຳການຜະລິດອັດຕະໂນມັດຂະໜາດໃຫຍ່, ມີສູນຜະລິດຜະລິດໃນທົ່ວໂລກ 8 ແຫ່ງ ແລະ ພາຍໃນປະເທດ 7 ແຫ່ງ, ລົດທຸກຄັນຂອງ YADEA ແມ່ນຮັບປະກັນ 2 ປີ ແລະ ເປັນບໍລິສັດຂະແໜງການຍານພາຫະນະໄຟຟ້າແຫ່ງທຳອິດທີ່ໄດ້ຂຶ້ນທະບຽນໃນຕະຫຼາດຫຼັກຊັບຮົງກົງ ໃນວັນທີ 19 ພຶດສະພາ 2016, ເປັນເຈົ້າທຳອິດໃນຂະແໜງການດຽວທີ່ໄດ້ຮັບຫຼຽນລາງວັນ Rating ສູງສຸດຂອງ ຂະແໜງການຍານພາຫະນະ ໃນພາກພື້ນອາຊີປາຊີຟິກ ຈາກ ESG ໃນປີ 2022 ແລະ ໄດ້ຮັບ carbon footprint ແລະ ໃບຢັ້ງຢືນ Carbon Label Double.

ພິທີເປີດຮ້ານຂາຍລົດຈັກໄຟຟ້າ YADEA (ຢາຕິ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວິໄລພັນ ໄຊຍະວົງຮອງຫົວໜ້າກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ LI LIANGSHUANG ປະທານ ບໍລິສັດ MKE ຕົວແທນຈໍາໜ່າຍ YADEA ປະເທດລາວ, ທ່ານ LIU JIA ຜູ້ອຳນວຍການ ຝ່າຍພັດທະນາທຸລະກິດ ທະວີບອາຊີ YADEA ສປ ຈີນ, ທ່ານ WU XIAO CHAO, ຝ່າຍພັດທະນາທຸລະກິດ ຕົວແທນປະເທດລາວ, ທ່ານ GUOJUN YIN ຜູ້ອໍານວຍການ YADEA ປະເທດລາວ, ທ່ານ SHAO TIAN YI ຮັບຜິດຊອບບໍລິການຫຼັງການຂາຍ ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.