ເສດຖະກິດຈີນ ຂະຫຍາຍຕົວຢ່າງເຂັ້ມແຂງ ເປັນຖານການຜະລິດໃຫຍ່ທີ່ສຸດຂອງໂລກ

10

ສຳນັກຂ່າວຊິນຫົວລາຍງານວ່າ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ກ່າວຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ໂດຍລະບຸວ່າ: ຕະຫຼອດທົດສະວັດຜ່ານມາ ເສດຖະກິດຈີນ ຂະຫຍາຍຕົວຢ່າງເຂັ້ມແຂງ ລວມຍອດຜະລິດຕະພັນພາຍໃນ ( GDP ) ເພີ່ມຂຶ້ນຈາກ 54 ລ້ານລ້ານຢວນ ມາເປັນ 114 ລ້ານລ້ານຢວນ ແລະ ກວມສັດສ່ວນ 18,5% ຂອງເສດຖະກິດໂລກ.

May be an image of 4 people and people standing

ໃນຂະນະດຽວກັນ ຈີນ ໄດ້ກ້າວຂຶ້ນເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຈາກ 39.800 ຢວນ ມາເປັນ 81.000 ຢວນຕໍ່ຄົນຕໍ່ປີ, ຈີນ ຄອງອັນດັບ 1 ຂອງໂລກໃນການຜະລິດທັນຍາພືດ, ໃນຂະນະດຽວກັນ ພາກການຜະລິດຂອງຈີນ ກໍມີຂະໜາດໃຫຍ່ທີ່ສຸດໃນໂລກ ລວມທັງເງິນທຶນສຳຮອງ ກໍມີຂະໜາດໃຫຍ່ທີ່ສຸດໃນໂລກເຊັ່ນດຽວກັນ.

ທ່ານ ສີ ຈິ້ນຜິງ ກ່າວອີກວ່າ: ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດຖືວ່າເປັນເສົາຫຼັກໃນເຊີງຍຸດທະສາດຂອງການສ້າງສັງຄົມນິຍົມສະໄໝໃໝ່ໃນທຸກດ້ານ, ວິທະຍາສາດ ແລະ ເຕັກໂນໂລຊີ ເປັນພະລັງການຜະລິດຂັ້ນພື້ນຖານ, ບຸກຄະລາກອນທີ່ມີ ຄວາມຮູ້, ຄວາມສາມາດເປັນຊັບພະຍາກອນພື້ນຖານ ແລະ ນະວັດຕະກຳ ເປັນຕົວຂັບເຄື່ອນໃນການເຕີບໂຕໃໝ່ ແລະ ຈຸດແຂງໃໝ່ຢ່າງຕໍ່ເນື່ອງ, ທ່ານ ສີ ຈີ້ນຜິງ  ກ່າວ.

May be an image of 3 people, people sitting, people standing and suit

ທ່ານ ກ່າວອີກວ່າ: ຈີນເລັ່ງສ້າງລະບົບການສຶກສາທີ່ມີຄຸນນະພາບສູງ, ເດີນໜ້າການພັດທະນາຮອບດ້ານຂອງນັກຮຽນ – ນັກສຶກສາ ແລະ ສົ່ງເສີມການເຂົ້າເຖິງການສຶກສາຢ່າງເທົ່າທຽມ ເພື່ອພັດທະນາການສຶກສາຕາມຄວາມຕ້ອງການຂອງປະຊາຊົນ. ຈີນ ໄດ້ປັບປຸງລະບົບຕ່າງໆ ສຳລັບການສ້າງນະວັດຕະກຳທາງວິທະຍາສາດ ແລະ ເຕັກໂນໂລຊີໃຫ້ກ້າວໜ້າຍິ່ງຂຶ້ນ ໂດຍນະວັດຕະກຳຈະຍັງເປັນຫົວໃຈສຳຄັນຂອງການຂັບເຄື່ອນການສ້າງຄວາມທັນສະໄໝຂອງຈີນ ແລະ ສ້າງລະບົບນິເວດດ້ານນະວັດຕະກຳທີ່ເປີດກວ້າງ ແລະ ມີສັກກະຍະພາບໃນການແຂ່ງຂັນລະດັບໂລກ.