ກະຊວງການເງິນ ນຳໃຊ້ລະບົບຊິງຊັ່ງທັນສະໄໝຢູ່ 4 ດ່ານພາສີສາກົນ ແນໃສ່ຈັດເກັບຄ່າບໍລິການຂອງພາຫະນະຂົນສົ່ງສິນຄ້າ

80

ການຫັນວຽກງານເປັນສະໄໝ ເປັນໜຶ່ງໃນແຜນດໍາເນີນງານຂອງກະຊວງການເງິນ ແລະ ຍຸດທະສາດຂອງ ລັດຖະບານເວົ້າລວມເວົ້າສະເພາະແມ່ນຂະແໜງພາສີເປັນດິຈີຕ໋ອນ. ໃນນັ້ນ, ມີ “ໂຄງການຕິດຕັ້ງ ແລະ ບໍລິການລະ ບົບຊິງຊັ່ງທັນສະໄໝ” ຕິດຕັ້ງຢູ່ 4 ດ່ານພາສີສາກົນຄື: ດ່ານພາສີສາກົນບໍ່ເຕັນ, ດ່ານພາສີສາກົນນໍ້າກັ່ນ, ດ່ານພາສີສາ ກົນນໍ້າພາວ ແລະ ດ່ານພາສີສາກົນນາເພົ້າ.

“ໂຄງການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ” ແມ່ນໜຶ່ງໃນການຫັນເປັນທັນສະໄໝຂອງຂະ ແໜງພາສີ, ຊຶ່ງແນ່ໃສ່ການຈັດເກັບຄ່າບໍລິການຂອງພາຫະນະຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກບາງປະເພດເປັນຕົ້ນ: ປະ ເພດແຮ່ທາດຕ່າງໆ, ໄມ້ທ່ອນ (ໄມ້ປູກ), ໄມ້ແປຮູບ ແລະ ນໍາມັນເຊື້ອໄຟ, ເຮັດໃຫ້ຂະແໜງການລັດ, ສາມາດຄຸ້ມ ຄອງ, ຕິດຕາມການນໍາເຂົ້າ-ສົ່ງອອກສິນຄ້າປະເພດດັ່ງກ່າວໃຫ້ມີຄວາມຖືກຕ້ອງຊັດເຈນ, ໂປງໃສ, ອັດຊ່ອງຫວ່າງ ການຮົ່ວໄຫຼຂອງລາຍຮັບ ແລະ ສາມາດກວດສອບໄດ້.

ສຳລັບໂຄງການລະບົບຊິງຊັ່ງທັນສະໄໝໄດ້ການຕິດຕັ້ງ, ພັດທະນາລະບົບໂປແກຣມ, ການເຊື່ອມຕໍ່ກັບລະ ບົບການແຈ້ງພາສີ ASYCUDA, ຊຶ່ງມາຮອດປັດຈຸບັນໄດ້ສຳເລັດຮ້ອຍສ່ວນຮ້ອຍ ແລະ ໄດ້ເປີດລອງນໍາໃຊ້ເຂົ້າໃນການກວດກາສິນຄ້າເປົ້າໝາຍຂອງລັດຖະບານກຳນົດໄວ້ເປັນທີ່ຮຽບຮ້ອຍ, ຕາມຄໍາແນະນໍາ ສະບັບເລກທີ 2600/ກງ, ຂໍ້ຕົກລົກລົງ 2601/ກງ, ແຈ້ງການກົມພາສີ ສະບັບເລກທີ 06383/ກພສ, ນັບແຕ່ວັນທີ 28 ກັນຍາ 2022 ເປັນຕົ້ນມາ.

ລະບົບຊິງຊັ່ງທັນສະໄໝຂອງຂະແໜງພາສີ, ຕິດຕັ້ງດ້ວຍລະບົບຄອມພິວເຕີ ແລະ ເຊື່ອມຕໍ່ (ຈຸດຄຸ້ມຄອງສາງ-ກວດກາສິນຄ້າ ແລະ ຈຸດຂໍ້ມູນການແຈ້ງພາສີເປັນລາຍລະອຽດ)ປັດຈຸບັນແມ່ນສາມາດຕິດຕາມຂໍ້ມູນ, ຕິດຕາມລົດຂຶ້ນຊິງຊັ່ງ ແລະ ຮູ້ປະເພດສິນຄ້ານ້ຳໜັກ, ລວມນ້ຳໜັກສິນຄ້າຕົວຈິງ,ສາມາດຮູ້ຊື່ບໍລິສັດທີ່ນໍາເຂົ້າ-ສົ່ງອອກສິນຄ້າພ້ອມນັ້ນ, ໃນການຄຸ້ມຄອງນໍາໃຊ້, ການຕິດຕາມຂໍ້ມູນດ້ານນ້ໍາໜັກ.

ການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ, ຊຶ່ງເປັນເຄື່ອງມືທັນສະໄໝແບບລວມສູນ,ເປັນເຄື່ອງມືວັດແທກນໍ້າໜັກລະບົບ Digital ທີ່ມີຄວາມຊັດເຈນສູງ, ສາມາດນັບກວດບໍລິມາດ ຫຼື ນໍ້າໜັກໂຕຈິງສິນຄ້າໃຫ້ຖືກຕ້ອງຊັດເຈນ, ເປັນເຄື່ອງມືໜຶ່ງທີ່ຊ່ວຍຕິດຕາມ, ຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າໃຫ້ຖືກຕ້ອງຕາມເປົ້າໝາຍສອດຄ່ອງກັບລະບຽບ ແລະ ກົດໝາຍເພີ່ມທະວີການຈັດເກັບລາຍ ຮັບໃຫ້ໄດ້ຄົບຖ້ວນທັນເວລາ ແລະ ໂປ່ງໃສ.

ລະບົບຊິງຊັ່ງທັນສະໄໝປະກອບດ້ວຍ 6 ອົງປະກອບເປັນຕົ້ນ: ເຄື່ອງຊິງຊັ່ງລົດແບບລວມສູນ (VSMSSystem); ລະບົບໂປແກຣມຄວບຄຸມ (Quick Weight Enterpise); ລະບົບກອງບັນທຶກພາບ (CCTV); ລະບົບເຄືອຂ່າຍ (Internet NetWork); ລະບົບໂປແກຣມຄວບຄຸມ Softwara ຢູ່ແຕ່ລະດ່ານ; ລະບົບໂປ ແກຣມຄວບຄຸມ Softwara ຢູ່ສູນກາງ. ຊຶ່ງທັງ 6 ອົງປະກອບເປັນເຄື່ອງມືຊ່ວຍໃຫ້ພະນັກງານຂອງລັດທີ່ເຮັດ ວຽກງານຕິດຕາມການນໍາເຂົ້າ-ສົ່ງອອກສິນຄ້າຕ່າງໆໄດ້ຢ່າງມີປະສິດທິຜົນ,ຮັບປະກັນຄວາມຖືກຕ້ອງຊັດເຈນ, ສອດ ຄ່ອງກັບ ເປົ້າໝາຍ ແລະ ລະບຽບການທີ່ກຳນົດໄວ້.

ໂດຍລວມແລ້ວລະບົບຊິງຊັ່ງທັນສະໄໝ ເປັນລະບົບທັນສະໄໝ, ສ້າງສິ່ງອຳນວຍຄວາມສະດວກແກ່ຜູ້ປະກອບການ, ສະດວກ, ວ່ອງໄວ, ການກວດລາຍລາຍງານຂໍ້ມູນແບບທັນທີ (Real time), ການເກັບຄ່າບໍລິການຜ່ານ ລະບົບ TaxRIS ປອດໄພ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ຂ່າວ-ພາບ: ກະຊວງການເງິນ