ການພັດທະນາພະລັງງານສະອາດ ເປັນສິ່ງທີ່ຫຼາຍປະເທດພະຍາຍາມຢາກພັດທະນາ ເພື່ອໃຫ້ມີພະລັງງານຊົມໃຊ້ ແລະມີຄວາມເປັນມິດກັບທຳມະຊາດ ສິ່ງແວດລ້ອມ ບ້ານເຮົາກໍ່ເຊັ່ນດຽວກັນ ຫຼ້າສຸດນີ້ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເກັບກໍາຂໍ້ມູນຂອບເຂດເນື້ອທີ່ເພື່ອສຶກສາຄວາມເປັນໄປໄດ້ ໃນໂຄງການພັດທະນາພະລັງງານສະອາດ ຄົບວົງຈອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີລາວ ຈຳກັດຜູ້ດຽວ (CGN Energy Technolgy (Laos) Co.Ltd) ໄດ້ຈັດຂຶ້ນ ເມື່ອວັນທີ 17 ຕຸລາ ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ.

ຮ່ວມລົງນາມຄັ້ງນີ້ ຕາງໜ້າລັດຖະບານລາວ ໂດຍທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ຕ້າຍ ຫົງກ່າງ ປະທານບໍລິສັດ Edra Powea Holdin Sdn Bhd ທັງເປັນຜູ້ຕາງໜ້າ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີລາວ ຈຳກັດຜູ້ດຽວ ໂດຍມີ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີທ່ານທູດຈີນປະຈຳລາວ ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານກ່າວຕື່ມວ່າ: ກຸ່ມບໍລິສັດ ພະລັງງານນິວເຄຣຍຈີນ ເຫັນດີຖືເອົາບົດບັນທຶກຄວາມເຂົ້າໃຈຄັ້ງນີ້ເປັນໂອກາດລົງເລິກໃນການເສີມສ້າງຍຸດທະສາດຄູ່ຮ່ວມຊາຕາກຳດຽວກັນຂອງຈີນ-ລາວ, ສືບຕໍ່ລົງເລິກຄົ້ນຫາຕະຫຼາດໃນລາວ, ເຂົ້າເຖິງສັງຄົມລາວ, ເສີມສ້າງແລກປ່ຽນວັດທະນາທຳ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ສົ່ງເສີມຊຸກຍູ້ວຽກງານພັດທະນາເສດຖະກິດ-ສັງຄົມ, ກຸ່ມບໍລິສັດພວກເຮົາໄດ້ດຳເນີນກິດຈະການອຸດສາຫະກຳພະລັງງານເຊັ່ນ: ພະລັງງານນິວເຄຣຍ, ເຊື້ອໄຟນິວເຄຣຍ ລວມເຖິງ ພະລັງງານລົມ, ນໍ້າ, ແສງຕາເວັນ ແລະ ອື່ນໆ ທີ່ບໍ່ໃຊ້ເຕັກໂນໂລຊີນິວເຄຣຍ, ການຫັນເປັນລະບົບດີຈີຕອນ, ວິທະຍາສາດທີ່ເປັນມິດກັບສິ່ງແວດລ້ອມ ແລະ ອຸດສາຫະກຳການເງິນ, ປັດຈຸບັນສາຂາຂອງບໍລິສັດມີ 5 ແຫ່ງ, ລວມມູນຄ່າທັງໝົດເກືອບ 900 ຕື້ຢວນ (ສະກຸນເງິນຈີນ), ກຳລັງຕິດຕັ້ງພະລັງງານສະອາດໄດ້ 72 ລ້ານກວ່າກິໂລວັດ.


ສຳລັບການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ແມ່ນບາດກ້າວສຳຄັນ ເພື່ອໃຫ້ບໍລິສັດໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງສູນກາງ ແລະ ທ້ອງຖິ່ນ ຮ່ວມກັນກຳນົດຂອບເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ ກ່ອນຈະກ້າວເຂົ້າສູ່ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສະບັບສົມບູນ ໃນການສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການດັ່ງກ່າວ ຢູ່ແຂວງຜົ້ງສາລີ, ແຂວງຫຼວງນໍ້າ ແລະ ແຂວງອຸດົມ.

ຂ່າວຈາກ: ປະຊາຊົນ