ເປີດປະຊຸມຜູ້ປະກອບການປິ່ນອ້ອມເວດວົງກະສິກຳ

41

ກະສິກຳເປັນຂະແໜງການທີ່ປະເທດເຮົາມີທ່າແຮງ ແລະມີພື້ນຖານທີ່ດີ ອັນສຳຄັນເປັນຄວາມຕ້ອງການທີ່ເພີ່ມຂຶ້ນໃນທຸກໆວັນລັດຖະບານຈິ່ງໃຫ້ຖືສຳຄັນຕໍ່ກະສິກຳ ແລະເອົາເປັນຂະແໜງການບູລິມະສິດ ເພື່ອໃຫ້ກຸ້ມການບໍລິໂພກພາຍໃນທົດແທນການນຳເຂົ້າເທື່ອລະກ້າວ.

ເພື່ອສົ່ງເສີມການຜະລິດພາຍໃນຢ່າງຈີງຈັງ ໃນວັນ ທີ 17 ຕຸລາ 2022, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດໃຫ້ມີກອງປະຊຸມ ຜູ້ປະກອບການທຸລະກິດກ່ຽວກັບໂຮງງານຜະລິດອາຫານສັດ, ຝຸ່ນ(ປຸ່ຍ) ແລະ ຜູ້ປະກອບການທຸລະກິດ ກ່ຽວກັບການລ້ຽງໝູ, ໄກ່.

ໂດຍມີທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ຫົວຫນ້າຄະນະ ພັດທະນາທຸລະກິດ ກະສິກຳປະຈຳ ສຄອຊ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ມະນີໂສ ຊາມຸນຕີ ຮອງປະທານ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ, ຈຸດປະສົງຂອງກອງປະຊຸມແມ່ນ ຕິດຕາມກວດກາການຈັດຕັ້ງປະຕິບັດນະໂຍບາຍ ແລະ ນິຕິກຳກ່ຽວກັບການຊຸກຍູ້ສົ່ງເສີມ ການຜະລິດ, ການປູກຝັງ ແລະ ລ້ຽງສັດ, ເພື່ອຄ້ຳປະກັນສະບຽງອາຫານ, ຜະລິດເປັນສິນຄ້າທົດແທນການນຳເຂົ້າ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກຢູ່ນະຄອນຫລວງວຽງຈັນ.


ເຊິ່ງໃນກອງປະຊຸມໄດ້ມີການແລກປ່ຽນສົນທະນາ ຂອງພາກທຸລະກິດ ຂະແໜງການກະສິກຳ ແລະ ບັນດາໂຮງງານຜູ້ຜະລິດຝຸ່ນ ແລະ ຜູ້ປະກອບການລ້ຽງໝູ,ໄກ່ ສະເໜີບັນຫາ ແລະ ຂໍ້ຫຍຸ້ງຍາກໃນການຜະລິດ.

ພ້ອມດຽວກັນນັ້ນ ທາງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ, ຈະໄດ້ລວບລວມເອົາບັນຫາເພື່ອສະເໜີຕໍ່ພາກລັດຖະບານ ພິຈາລະນາ ຫາວິທີທາງແກ້ໄຂ ຕາມຂັ້ນຕອນຕໍ່ໄປ.