ຍອດຜູ້ເສຍຊີວິດຈາກນ້ຳຖ້ວມຢູ່ໄນຈີເຣຍ ເພີ່ມຂຶ້ນເປັນ 600 ກວ່າຄົນ

26

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ຕຸລາ 2022 ວ່າ ທາງການຂອງໄນຈີເຣຍ ເປີດເຜີຍວ່າ ສະຖານະການນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນຮອບທົດສະວັດ ຫຼ້າສຸດມີຜູ້ເສຍຊີວິດ 600 ກວ່າຄົນແລ້ວ, ຂະນະທີ່ບ້ານເຮືອນຂອງປະຊາຊົນຖືກນ້ຳຖ້ວມ ແລະ ເສຍຫາຍຫຼາຍກວ່າ 2 ແສນຫຼັງ, ປະຊາຊົນຫຼາຍກວ່າ 1,3 ລ້ານຄົນຕ້ອງອົບພະຍົບອອກຈາກເຮືອນໄປຢູ່ບ່ອນປອດໄພ.

May be an image of 8 people, people standing, tree and outdoors

ທ່ານ ຊາເດຍ ອູມາ ຟາຣຸກ ລັດຖະມົນຕີກະຊວງກິດຈະການມະນຸດສະທຳ ແລະ ການຈັດການໄພພິບັດຂອງໄນຈີເຣຍ ເປີດເຜີຍວ່າ: ໄພພິບັດນ້ຳຖ້ວມທີ່ເກີດຂຶ້ນຢ່າງຕໍ່ເນື່ອງໃນໄລຍະຫຼາຍເດືອນຜ່ານມານັ້ນ ຖືວ່າຮຸນແຮງ ຍາກທີ່ຈະຮັບມື ແລະ ມີຫຼາຍແຂວງບໍ່ໄດ້ກຽມຄວາມພ້ອມ ເພື່ອຮັບມືກັບສະຖານະການຢ່າງເໝາະສົມ ເຖິງວ່າຈະມີການແຈ້ງເຕືອນກ່ອນແລ້ວກໍຕາມ.

May be an image of 4 people and road

ລັດຖະບານໄນຈີເຣຍ ຊີ້ວ່າ: ການປ່ຽນແປງດິນຟ້າອາກາດ ໄດ້ເຮັດໃຫ້ເກີດມີຝົນຕົກໜັກຜິດປົກກະຕິ ຈຶ່ງເປັນສາເຫດເຮັດໃຫ້ເກີດນ້ຳຖ້ວມຄັ້ງຮຸນແຮງໃນປີນີ້ ພ້ອມທັງສະແດງຄວາມກັງວົນຕໍ່ການລະບາດຂອງພະຍາດຕ່າງໆທີ່ຈະຕາມມາຫຼັງນ້ຳຖ້ວມ, ໃນຂະນະທີ່ການຊ່ວຍເຫຼືອບັນເທົາທຸກ ໂດຍສະເພາະການຂົນສົ່ງອາຫານ ແລະ ນ້ຳດື່ມ ລວມທັງນ້ຳມັນເຊື້ອໄຟກໍປະສົບບັນຫາໃນຫຼາຍພື້ນທີ່.