ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ

21

ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ກ່າວບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນທີ່ສຸດ ໃນໂອກາດທີ່ທົ່ວພັກ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດຈີນ ພວມກ້າວເຂົ້າສູ່ຂະບວນການໃໝ່ ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະ ກ້າວໄປສູ່ເປົ້າໝາຍ ສູ້ຊົນ 100 ປີ ເຫດການທີສອງ.

May be an image of 1 person

ຫົວຂໍ້ຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນການຊູຄັນທຸງອັນຍິ່ງໃຫຍ່ ແຫ່ງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ຜັນຂະຫຍາຍແນວຄິດສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ຢ່າງຮອບດ້ານ, ເສີມຂະຫຍາຍນ້ຳໃຈຂອງພັກອັນຍິ່ງໃຫຍ່, ໝັ້ນໃຈຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັກສາທາດແທ້ ແລະ ປະດິດສ້າງ, ບຸກໜ້າບືນຕົວ, ກ້າວໄປຂ້າງໜ້າ ດ້ວຍຄວາມກ້າຫານ ແລະ ທໍລະຫົດອົດທົນ, ສາມັກຄີກັນ ບາກບັ່ນສູ້ຊົນ ເພື່ອສ້າງປະເທດສັງຄົມນິຍົມ ທັນສະໄໝ ຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ຢ່າງຮອບດ້ານ.

May be an image of 1 person

ຕະຫຼອດໄລຍະ 5 ປີ ນັບແຕ່ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກເປັນຕົ້ນມາ ຖືເປັນ 5 ປີ ທີ່ພິເສດທີ່ສຸດ, ສູນກາງພັກ ໄດ້ປະສານສົມທົບພາກສ່ວນລວມແຫ່ງຍຸດທະສາດ ຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ກັບ ສະພາບການຂອງໂລກທີ່ເກີດມີການປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນ ໃນຮອບຮ້ອຍປີຜ່ານມານີ້, ໄດ້ວາງແຜນຍຸດທະສາດສຳຄັນ ກ່ຽວກັບການພັດທະນາພາລະກິດຂອງພັກ ແລະ ປະເທດຊາດ, ສາມັກຄີ ແລະ ນຳພາທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຮັບມືກັບສະພາບການສາກົນ ທີ່ສັບສົນ ແລະ ຂ້ຽວຂາດ ກໍຄື ຄວາມສ່ຽງ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງທີ່ເກີດຂຶ້ນຕາມມາ, ໄດ້ຊຸກຍູ້ພາລະກິດສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ໃຫ້ຂະຫຍາຍຕົວກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ດ້ວຍນ້ຳໃຈບຸກບືນສູ້ຊົນແບບມີຜົນງານພົ້ນເດັ່ນ.