ເຂົ້ານາບ້ານຫ້ວຍຫ້ອມ ຖືກເພ້ຍຈັກຈັ່ນທຳລາຍກວ່າ 9 ເຮັກຕາ

252

ການລົງທຶນລົງແຮງເຮັດການຜະລິດໃຜໆກໍ່ຍ່ອມຢາກເຫັນຜົນ ຢາກໃຫ້ໄດ້ເກັບໝາກ ແຕ່ທຸກປີຊາວນາ-ຊາວສວນແມ່ນຕ້ອງເຈັບໃຈກັບການທຳລາຍຜົນລະປູກຂອງເຂົາເຈົ້າຍ້ອນສັດຕູພືດ ໂດຍສະເພາະໄຮ່ນາເຂົ້າທີ່ເປັນສິ່ງຈຳເປັນຫຼັກໃນຊີວິດປະຈຳວັນ.


ຕາມລາຍງານຈາກທ້ອງຖິ່ນໃຫ້ຮູ້ວ່າ: ວັນທີ 12 ຕຸລາ 2022 ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫົວພັນ, ໄດ້ລົງກວດກາຕົວຈິງ ກ່ຽວກັບນາເຂົ້າທີ່ຖືກຜົນກະທົບຈາກ ເພ້ຍຈັກຈັ່ນ ຢູ່ບ້ານ ຫ້ວຍຫ້ອມ, ເມືອງ ຊຳ ເໜືອ, ແຂວງ ຫົວພັນ. ການລົງຕິດຕາມພື້ນທີ່ຕົວຈິງຄັ້ງນີ້ນຳໂດຍ ທ່ານ ສີວຽງຊຳ ແພງພົມມາ ຫົວໜ້າຂະແໜງປູກຝັງ, ທ່ານ ລິດທະສອນ ໄບຈະລີນ ຮອງຫົວໜ້າຂະແໜງ, ທ່ານ ແສງຈັນ ນາຍບ້ານໆ ຫ້ວຍຫ້ອມ ພ້ອມທັງວິຊາການທີ່ກ່ຽວຂ້ອງຂອງຂະແໜງ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມນຳ 20 ທ່ານ.


ຈາກການລາຍງານຂອງ ທ່ານ ແສງຈັນ ນາຍບ້ານໆ ຫ້ວຍຫ້ອມ ໃຫ້ຮູ້ວ່າ ຢູ່ບ້ານຫວ້ຍຫ້ອມ ມີນາເຂົ້າຂອງປະຊາຊົນທີ່ຖືກຜົນກະທົບຈາກເພ້ຍຈັກຈັ່ນສີນໍ້າຕານ ແລະ ສີຂຽວ ຈໍານວນເນື້ອທີ່ 9 ເຮັກຕາກວ່າ, ມີ 20 ຄອບຄົວ, ເຊິ່ງການລົງຕິດຕາມຊ່ວຍເຫຼືອຄັ້ງນີ້ຂະແໜງ ປູກຝັງພະແນກກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ ໄດ້ລົງສົມທົບກັບອຳນາດການປົກຄອງບ້ານ ຫ້ວຍຫ້ອມ ເຫັນວ່າພື້ນທີ່ຖືກຜົນເສຍຫາຍທີ່ບໍ່ສາມາດກອບກູ້ຄືນ ຈຳນວນ 7 ຄອບຄົວ ກວມເນື້ອທີ່ 2 ເຮັກຕາກວ່າ ຜົນຜະລິດເສຍຫາຍປະມານ 9 ໂຕນ, ຄິດເປັນເງີນເກືອບ 54 ລ້ານກີບ ເຊິ່ງວິຊາການຂະແໜງປູກຝັງທີ່ລົງຕິດຕາມໄດ້ມີການແນະນຳວິທີ ແລະ ຊ່ວຍປະຊາຊົນທໍາລາຍເພ້ຍຈັກຈັ່ນໃນນາເຂົ້າທີ່ມີການລະບາດ.


#ພາບ ແລະ ຂ່າວ ໂດຍ ພະແນກ ກປ ແຂວງຫົວພັນ