9 ເດືອນ ອາກອນແຂວງເຊກອງ ເກັບລາຍຮັບໄດ້ 56 ຕື້ກີບ ເພີ່ມຂຶ້ນ 73,19% ທຽບໃສໄລຍະດຽວປີຜ່ານມາ

73

ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຂອງ #ຂະແໜງສ່ວສາອາກອນປະຈໍາ #ແຂວງເຊກອງ ໃນ 9 ເດືອນສາມາດເກັບໄດ້ 56 ຕື້ກວ່າກີບ, ທ່ານຮອງຫົວໜ້າສ່ວຍສາອາກອນລະບຸວ່າ ການເກັບລາຍຮັບປີນີ້ ຄາດວ່າຈະໄດ້ລື່ນແຜນການທີ່ວາງໄວ້ປະມານ.

ທ່ານ ສົມບູນ ພັນຈັນ ຮັກສາການຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະການເກັບລາຍຮັບເຂົ້າງົບປະມານຂອງຂະແໜງສ່ວຍສາອາກອນໃນໄລຍະຜ່ານມາ ແມ່ນໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບການ, ຂໍ້ກໍານົດ ແລະກົດໝາຍຂອງລັດເປັນບ່ອນອີງຕິດພັນກັບການສຶກສາອົບຮົມທາງດ້ານແນວຄິດການເມືອງ ໃຫ້ພະນັກງານທຸກຄົນເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດຂອງຕົນທີ່ໄດ້ຮັບມອບໝາຍ.

ສໍາລັບຕົວເລກລາຍຮັບໃນປີ 2022 ມີທັງໝົດ 70 ຕື້ກີບ ໂດຍຜ່ານການປະຕິບັດໃນ 9 ເດືອນຜ່ານມາ ສາມາດເກັບໄດ້ 56 ຕື້ກວ່າກີບ ທຽບໃສ່ແຜນການປີເທົ່າກັບ 79,69% ທຽບໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 73,19% ເປັນເງິນ 23 ຕື້ກວ່າກີບ.

ແນວໃດກໍຕາມ ເພື່ອຮັບປະກັນໃຫ້ແກ່ການຈັດເກັບລາຍຮັບພາສີທີ່ດິນເຂົ້າງົບປະມານບັນລຸຕາມແຜນສູ້ຊົນທີ່ວາງໄວ້, ໃນ 3 ເດືອນປີ ຂະແໜງສ່ວຍສາອາກອນຈະໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຫ້ອງການໆເງິນເມືອງ ເພື່ອພ້ອມກັນປະຕິບັດມະຕິ, ຄໍາສັ່ງແນະນໍາຂອງພັກ-ລັດຖະບານ ກໍຄືກົມສ່ວຍສາອາກອນ ກະຊວງການເງິນໃຫ້ເຂັ້ມງວດ; ໂຄສະນາປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ໃຫ້ມີຄວາມຕື່ນຕົວມອບພັນທະອາກອນໃຫ້ລັດ, ສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດ ກໍຄືການສ້າງສາພັດທະນາປະເທດຊາດ. ທ່ານ ສົມບູນ ພັນຈັນ ກ່າວ.

ຂ່າວ:ສັນຍາ