ປີທອງຂອງໜຸ່ມນ້ອຍນັກເຕະທີມຊາດລາວ “ ປີເຕີ ພັນທະວົງ ” ດາວເດັ່ນອາຍຸພຽງ 16 ປີ

374

ເມື່ອເວົ້າເຖິງນັກເຕະລາວ ອະນາຄົດໄກຊາວລາວ ໃນປັດຈຸບັນ ໂດຍສະເພາະປີ 2022 ທີ່ເວົ້າບໍ່ເຖິງບໍ່ໄດ້ແລ້ວສໍາລັບ ປີເຕີ ພັນທະວົງ ກອງໜ້າດາວເດັ່ນຈາກສະໂມສອນ ເອສະຣາ ເອັຟຊີ ແລະ ທີມຊາດລາວ ຢູ 16, 17 ແລະ ຢູ 19 ທີ່ແຈ້ງເກີດຢ່າງເຕັມຕົວສໍາລັບປີນີ້ ພ້ອມທັງພາທີມຊາດລາວ ປະສົບຜົນສໍາເລັດສູງໃນປີນີ້.

ຕົ້ນປີ 2022 ຫຼາຍທ່ານອາດຈະເຫັນຂ່າວໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ວ່າມີນັກເຕະອາຍຸນ້ອຍທີ່ສຸດໃນລີກພຽງ 16 ປີທີ່ສາມາດລົງສະໜາມນັດທໍາອິດຍິງໄດ້ເຖິງ 2 ປະຕູ ຄົນດັ່ງກ່າວກໍແມ່ນ ປີເຕີ ພັນທະວົງ ນັກເຕະໂຄຕ້າອາຍຸນ້ອຍພາ ເອສະຣາ ເອັຟຊີ ເປີດລະດູການເອົາຊະນະ ກອງທັບ ເອັຟຊີ 2-1 ເມື່ອວັນທີ 19 ມີນາ 2022 ກ່ອນຈົບລະດູການ ປີເຕີ ຍິງປະຕູໃນລີກໄດ້ 7 ປະຕູ ພ້ອມ ເອສະຣາ ເອັຟຊີ ຈົບອັນດັບທີ 3 ໃນລາວລີກ 1.

ຕໍ່ຈາກນັ້ນ ປີເຕີ້ ກໍກ້າວຂຶ້ນໄປຕິດທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 19 ປີ ກ່ອນພາທີມສ້າງປະຫວັດສາດຄວ້າຮອງແຊັມ ການແຂ່ງຂັນບານເຕະຊີງແຊັມອາຊີ 2022 ໃນຮຸ່ນອາຍຸບໍ່ເກີນ 19 ປີທີ່ປະເທດອິນໂດເນເຊຍ ໃນກາງປີທີ່ຜ່ານມາ ເຊິ່ງລາຍການນີ້ ປີເຕີ ຍິງໄປເຖິງ 4 ປະຕູຢຶດອັນດັບ 2 ດາວຍິງສູງສຸດຂອງລາຍການດັ່ງກ່າວ.

ຫຼ້າສຸດໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກກຸຸ່ມ I ທີ່ປະເທດກຽກກິດສະຖານ ເປັນເຈົ້າພາບລະຫວ່າງວັນທີ 5-9 ຕຸລາ 2022 ປີເຕີ ຍັງກາຍເປັນຮີໂຣຍິງປະຕູໄຊຊ່ວຍໃຫ້ ຢູ 17 ລາວ ບຽດຊະນະ ເຈົ້າພາບ 2-1 ນັດສົ່ງທ້າຍ ພ້ອມພາທີມຜ່ານເຂົ້າໄປຫຼິ້ນຮອບສຸດທ້າຍໃນປີ 2023 ຈາກການຜົນງານຍິງໄປ 3 ປະຕູຈາກ 3 ນັດ ໂດຍນັດທໍາອິດພາທີມເສຍໃຫ້ ອິຣັກ 0-3, ນັດທີ 2 ພາທີມຖະຫຼົ່ມ ຮົງກົງ 5-0 ນັດນີ້ ປີເຕີ ຍິງໄດ້ 2 ປະຕູ ແລະ ນັດສຸດທ້າຍຍິງປະຕູໄຊໃຫ້ ຢູ 17 ລາວ ຊະນະ ເຈົ້າພາບ ກຽກກິດສະຖານ 2-1.
ສ່ວນຜົນງານອື່ນໆ ແລະ ປະຫວັດຂອງປີເຕີ ເບິ່ງໄດ້ທີ່ຄລິບລຸ່ມນີ້:

ຂ່າວ: Larh Creators; ຮູບຈາກ: ສຕລ