ການບໍລິຫານ “ ຄົນ ” ດ້ວຍລະບົບອາວຸໂສຫຼາຍເກີນໄປ ຈະເກີດຫຍັງຂຶ້ນ?

1136

ເລື່ອງຂອງລະບົບອາວຸໂສໃນການບໍລິຫານ “ ຄົນ ” ນັ້ນຍັງຄົງຕັດບໍ່ຂາດ ບໍ່ວ່າອົງກອນນັ້ນຈະມີການປັບປຸງລະບົບການບໍລິຫານຄົນໃຫ້ມີຄວາມຍຸຕິທຳຕາມຜົນງານແລ້ວກໍຕາມ ແຕ່ກໍຍັງຄົງມີເລື່ອງຂອງອາວຸໂສປະປົນຢູ່, ແຕ່ໃນບາງອົງກອນນັ້ນ ເລື່ອງຂອງລະບົບອາວຸໂສ ກັບ ການບໍລິຫານຄົນນັ້ນ ເປັນສິ່ງທີ່ແຍກກັນບໍ່ອອກເລີຍ, ທຸກສິ່ງທຸກຢ່າງບໍລິຫານດ້ວຍລະບົບອາວຸໂສກັນໄປໝົດ ໂດຍບໍ່ເບິ່ງເລື່ອງຂອງໜ້າທີ່ ແລະ ຄວາມຮັບຜິດຊອບ, ບໍ່ເບິ່ງເລື່ອງຂອງຜົນງານເລີຍ ຖ້າເຮົາບໍລິຫານຄົນດ້ວຍລະບົບແບບນີ້ໄປດົນໆ ສິ່ງທີ່ຈະເກີດຂຶ້ນຕາມມາ ຄື:+ ຜົນງານໂດຍສະເລ່ຍຂອງພະນັກງານຈະຄ່ອຍໆຫຼຸດລົງໄປເລື້ອຍໆ: ເລື່ອງນີ້ເປັນສິ່ງທີ່ເກີດຂຶ້ນຢ່າງຊັດເຈນຫຼາຍ ສຳລັບອົງກອນທີ່ບໍລິຫານຄົນໂດຍບໍ່ເບິ່ງຜົນງານ, ມີການປະເມີນຜົນງານທຸກປີ ແຕ່ບໍ່ເຄີຍພິຈາລະນາຜົນງານພະນັກງານ, ແຕ່ກັບເອົາເລື່ອງຂອງອາຍຸງານ ແລະ ຄວາມອາວຸໂສມາພິຈາລະນາເປັນຫຼັກແທນ ເມື່ອເປັນແບບນີ້ໄປດົນໆ ພະນັກງານໃໝ່ທີ່ຫາກໍເຂົ້າມາໂດຍປົກກະຕິ ກໍຈະເປັນຄົນທີ່ມີໄຟໃນການເຮັດວຽກ, ພໍເຮັດວຽກຈົນຜົນງານອອກມາດີ ແຕ່ກັບບໍ່ໄດ້ລາງວັນຜົນງານທີ່ດີ ດ້ວຍເຫດຜົນວ່າ ອາຍຸງານໜ້ອຍກວ່າ ເມື່ອເປັນແບບນີ້ຈະມີພະນັກງານຄົນໃດທີ່ຢາກຈະສ້າງຜົນງານທີ່ດີຕໍ່ໄປ, ຜົນງານຂອງພະນັກງານຈະຫຼຸດລົງ ຫຼື ບໍ່ມີຫຍັງໂດດເດັ່ນ ເຊິ່ງມັນກໍຈະສົ່ງຜົນເຮັດໃຫ້ຜົນງານໃນພາບລວມຂອງອົງກອນກໍຈະຄ່ອຍໆຫຼຸດລົງໄປເລື້ອຍໆດ້ວຍເຊັ່ນກັນ.


+ ຄວາມຄິດສ້າງສັນໃໝ່ໆ ໜ້ອຍລົງໄປເລື້ອຍໆ: ອີກປະເດັນທີ່ມັກຈະເກີດຂຶ້ນກັບອົງກອນທີ່ບໍລິຫານຄົນ ໂດຍເນັ້ນຄວາມອາວຸໂສເປັນຫຼັກ ຄື: ເລື່ອງຂອງ ຄວາມຄິດສ້າງສັນໃໝ່ໆໃນການເຮັດວຽກກໍຈະຫຼຸດໜ້ອຍຖອຍລົງໄປເລື້ອຍໆ ບໍ່ຄ່ອຍມີໃຜຢາກທີ່ຈະຄິດສິ່ງໃໝ່ໆ, ຢູ່ກັນໄປດົນໆເຂົາເຄີຍເຮັດແນວໃດ ເຂົາກໍເຮັດຢູ່ແນວນັ້ນ, ບາງອົງກອນຍັງຄົງເຮັດວຽກດ້ວຍລະບົບ manual ໃນບາງເລື່ອງ ກໍຍັງຄົງເຮັດຢູ່ແບບນັ້ນ ທັງໆທີ່ເກືອບທຸກອົງກອນເຂົາປ່ຽນແປງວິທີການເຮັດວຽກໄປໝົດແລ້ວ ແຕ່ອົງກອນເຮົາພັດຍັງຄົງເຮັດດ້ວຍລະບົບເດີມຕັ້ງແຕ່ສະໄໝຕັ້ງອົງກອນໃໝ່ໆ ກໍຍັງດຳເນີນແບບເກົ່າ, ປະຕິບັດແບບເກົ່າຢູ່.
+ ຕໍ່ຕ້ານການປ່ຽນແປງທີ່ເກີດຂຶ້ນ: ລະບົບອາວຸໂສໃນອົງກອນນັ້ນ ຈະມີຜົນເຮັດໃຫ້ຄົນໃນອົງກອນພະຍາຍາມຮັກສາສະຖານະພາບເດີມໆໄວ້, ເວລາທີ່ມີການປ່ຽນແປງເກີດຂຶ້ນ ກໍມັກຈະຕໍ່ຕ້ານເພາະຮູ້ສຶກວ່າ ການປ່ຽນແປງນັ້ນຈະເຮັດໃຫ້ມີຜົນກະທົບກັບສະຖານະພາບຂອງເຂົາເຈົ້າເອງ, ບໍ່ວ່າການປ່ຽນແປງນັ້ນຈະເກີດຜົນດີຕາມມາກໍຕາມ ເຂົາກໍບໍ່ສົນໃຈ ເພາະບໍ່ຢາກໃຫ້ສະຖານະພາບຂອງຕົນເອງຕ້ອງປ່ຽນແປງຫຼາຍ ເມື່ອເປັນແບບນີ້ ອົງກອນກໍເລີຍກາຍເປັນອົງກອນທີ່ບໍ່ມີຫຍັງປ່ຽນແປງ ຫຼື ບາງອົງກອນເປັນແບບມີການເອົາເຄື່ອງມືຕ່າງໆໃນການບໍລິຫານເຂົ້າມາ, ເອົາເຕັກໂນໂລຊີໃໝ່ໆເຂົ້າມາ ແຕ່ກັບບໍ່ມີການໃຊ້ງານຢ່າງຈິງຈັງ ເພາະພະນັກງານຢຶດຕິດກັບສິ່ງເກົ່າໆ ສຸດທ້າຍກໍກາຍເປັນອົງກອນທີ່ມີເຄື່ອງມືການບໍລິຫານງານເຕັມໄປໝົດ ແຕ່ບໍ່ສາມາດນຳໄປໃຊ້ງານໄດ້ ເພາະພະນັກງານຕໍ່ຕ້ານໄປໝົດທຸກຢ່າງ.


+ ເກີດທັດສະນະຄະຕິວ່າຕົນເອງເກັ່ງ ເພາະຢູ່ດົນ: ທັດສະນະຄະຕິແບບນີ້ເກີດຂຶ້ນເພາະວ່າອົງກອນໃຫ້ ຄວາມສຳຄັນກັບອາຍຸງານ ແລະ ຄົນທີ່ມີອາວຸໂສ ໂດຍບໍ່ສົນໃຈວ່າພະນັກງານຄົນນັ້ນຈະເກັ່ງແທ້ ຫຼື ບໍ່ກໍຕາມ, ພະນັກງານທີ່ມີອາຍຸງານຫຼາຍໆ ກໍຈະຄິດໄປເອງວ່າ: ທີ່ອົງກອນໃຫ້ຄວາມສຳຄັນກໍເພາະຢູ່ມາດົນ ແລະ ຄິດວ່າຕົນເອງເປັນຄົນເກັ່ງທີ່ອົງກອນຂາດບໍ່ໄດ້, ພໍຄິດແບບນີ້ໄປດົນໆ “ ແກ້ວນ້ຳກໍເລີ່ມເຕັມໄປດ້ວຍນ້ຳເກົ່າໆ ທີ່ບໍ່ສາມາດເທອອກໄດ້ ພໍເທອອກບໍ່ໄດ້ ກໍຕື່ມຂອງໃໝ່ເຂົ້າໄປບໍ່ໄດ້ເຊັ່ນກັນ ” ເລີຍກາຍເປັນຄົນທີ່ບໍ່ຄ່ອຍຢາກຈະພັດທະນາຕົນເອງພໍເທົ່າໃດ ເພາະຄິດວ່າທີ່ຕົນເອງຮູ້ຢູ່ແລ້ວ ນັ້ນເປັນສິ່ງທີ່ດີທີ່ສຸດ ເຊິ່ງທັດສະນະຄະຕິແບບນີ້ເຮັດໃຫ້ຫຼາຍອົງກອນຕ້ອງຫຼົ້ມລະລາຍໄປກໍຫຼາຍ.
ຜູ້ນ້ອຍທີ່ເກັ່ງໆຈະຄ່ອຍໆຖືກລະບົບກືນໄປຈົນໝົດ, ພະນັກງານທີ່ເຂົ້າມາເຮັດວຽກໃໝ່ໆ ເຊິ່ງເປັນຄົນທີ່ມີອາວຸໂສໃນການເຮັດວຽກນ້ອຍໆນັ້ນ ເວລາທີ່ສະເໜີ ຄວາມຄິດເຫັນ ຫຼື ສະແດງ ຄວາມຄິດເຫັນທີ່ແຕກຕ່າງອອກໄປຈາກຜູ້ອາວຸໂສ ກໍຈະຖືວ່າເປັນພວກຄິດບໍ່ຄືຄົນອື່ນ ແລະ ມັກຈະຖືກຕໍ່ຕ້ານ ແລະ ກັນອອກຈາກກຸ່ມໄປ, ເຖິງວ່າຄວາມຄິດເຫັນນັ້ນຈະເປັນຄວາມຄິດເຫັນທີ່ດີຫຼາຍກໍຕາມ ມັກຈະຖືກຜູ້ອາວຸໂສໃຊ້ເຫດຜົນວ່າ “ ອາບນ້ຳຮ້ອນມາກ່ອນ ເດັກນ້ອຍຢ່າງພວກທ່ານຈະມາຮູ້ຫຍັງ ” ເມື່ອເປັນແບບນີ້ ຄວາມຄິດເຫັນໃໝ່ໆກໍຫົດຫາຍ ຄົນທີ່ເປັນຜູ້ນ້ອຍທີ່ມີສີມື ມີຄວາມຄິດດີໆ ກໍຈະເລີ່ມບໍ່ຄິດຫຍັງ, ບາງຄົນທົນບໍ່ໄດ້ກໍລາອອກໄປ.
( ຈາກ: prakal )