ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ໃຫ້ແກ່ພະງານຂັ້ນນຳ ກະຊວງ ອຄ

63

ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ໃຫ້ພະນັກງານຂັ້ນນຳ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ຫຼັກການ ແລະ ນິຕິກຳ ໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກງານ.

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ X ໃຫ້ພະນັກງານຂັ້ນນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ຈຳນວນ 47 ສະຫາຍ ຈັດຂຶ້ນວັນທີ 14​ ຕຸລາ 2022 ທີ່ຫ້ອງປະຊຸມໃຫຍ່, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ຈັນສຸກ ແສງພະຈັນ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງ ອຄ, ສະຫາຍ ນາງ ບຸນມີ ຈຸລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າສະຖານບັນ, ຄະນະຮັບຜິດຊອບຊີ້ນຳບັ້ນຝຶກອົບຮົມ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ສະຫາຍ ນາງ ຈັນສຸກ ແສງພະຈັນ ກ່າວວ່າ: ຈຸດປະສົງການເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ ໃນຄັ້ງນີ້ 1) ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ຫຼັກການ ແລະ ນິຕິກຳ ໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກງານ, ແນໃສ່ເຮັດໃຫ້ບັນດາສະຫາຍກຳແໜ້ນ ແລະ ຮັບຮູ້ຢ່າງເປັນລະບົບຕໍ່ທິດສະດີມາກ-ເລນິນ, ແນວຄິດຊີ້ນຳຂອງການນຳພັກ-ລັດ ແຕ່ລະສະໄໝ ເຂົ້າໃຈຕໍ່ແນວທາງການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກເພື່ອໜູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ການເຄື່ອນໄຫວຕ່າງໆຢ່າງຖືກຕ້ອງເໝາະສົມ; 2) ເພື່ອໃຫ້ບັນດາສະຫາຍ ໄດ້ຄົ້ນຄວ້າທົບທວນ, ຕີລາຄາຄືນກ່ຽວກັບພຶດຕິກຳໃນການໜູນໃຊ້ທິດສະດີ ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາມີຄວາມສອດຄ່ອງກົມກຽວ ແລະ ເໝາະສົມກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງປະເທດເຮົາແນວໃດ, ດ້ານໃດຄວນໄດ້ຍົກສູງ ແລະປັບປຸງແກ້ໄຂ ແລະ 3) ເພື່ອຍົກສູງຄວາມຮູ້-ຄວາມສາມາດຂອງສະມາຊິກພັກ-ພະນັກງານໃຫ້ມີຄວາມໜັກແໜ້ນເຂັ້ມແຂງສາມາດປະຕິບັດບົດບາດການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນໍາຂັ້ນຂອງຕົນຢ່າງມີປະສິດທິຜົນສູງກວ່າເກົ່າ.

ທັງນີ້, ເນື້ອໃນທີ່ຈະຝຶກອົບຮົມ ຈະມີທັງພາກທິດສະດີ ແລະ ພາກແນວທາງລວມຂອງພັກ ເຊິ່ງບັນດາເນື້ອໃນເຫຼົ່ານັ້ນຈະຊ່ວຍໃຫ້ບັນດານັກສຳມະນາກອນຮັບຮູ້ ແລະ ເຂົ້າໃຈເປັນລະບົບສົມຄວນກ່ຽວກັບພື້ນຖານທິດສະດີການເມືອງ ແລະ ແນວທາງການປ່ຽນແປງໃໝ່ຂອງພັກເຮົາ. ຢ່າງໃດກໍຕາມ, ຊຸດຝຶກອົບຮົມຄັ້ງນີ້ ຈະເປັນໄລຍະສັ້ນກໍຕາມ ແຕ່ມີຄວາມສໍາຄັນເພາະວ່າເປັນເວທີ ແລະ ໂອກາດທີ່ອາຈານສອນ ແລະ ຜູ້ເຂົ້າຮ່ວມຊຸດຝຶກອົບຮົມ ຈະໄດ້ປຶກສາຫາລືສົນທະນາຮ່ວມກັນກ່ຽວກັບບັນຫາຕ່າງໆ ທາງດ້ານທິດສະດີ ແລະ ພຶດຕິກຳ ຊຶ່ງຈະໄດ້ຍົກເອົາທິດສະດີມາເຍື່ອງໃສ່ພຶດຕິກຳ ແລະ ເອົາພຶດຕິກຳມາປັບປຸງທິດສະດີໃຫ້ດີຂຶ້ນເລື້ອຍໆເພື່ອນໍາມາໜູນໃຊ້ໃຫ້ສອດຄ່ອງກັບຈຸດພິເສດ, ເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດເຮົາ.

ເພື່ອບັນລຸຈຸດປະສົງຂອງການຝືກອົບຮົມ ປະທານຮຽກຮ້ອງໃຫ້ບັນດານັກສຳມະນາກອນທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ກຳແໜ້ນຈຸດປະສົງ, ຄາດໝາຍ ແລະ ຄວາມສຳຄັນຂອງການຄົ້ນຄວ້າຮໍ່າຮຽນ, ຕ້ອງຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ກຳແໜ້ນບັນດາເນື້ອໃນຂອງຫຼັກສູດທັງໝົດນັບທັງພາກທິດສະດີ, ແນວທາງນະໂຍບາຍຂອງພັກເພື່ອຈຳແນກໃຫ້ໄດ້ອັນຖືກ, ອັນຜິດ ແລະ ຊອກໃຫ້ເຫັນ ຈຸດທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ພ້ອມທັງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຄົ້ນຄວ້າຮໍ່າຮຽນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ເປັນເຈົ້າການປະຕິບັດລະບຽບວິໄນຂອງຊຸດຝຶກອົບຮົມວາງອອກຢ່າງເຂັ້ມງວດ.